• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຢ້ຽມຢາມ, ອວຍພອນບຸນເຕັດຢູ່ບັນດາທ້ອງຖິ່ນ

ທ່ານຮອງນາຍົກລັດຖະມົນຕີືສະເໜີໃຫ້ບັນດາອົງການຂັ້ນສູນກາງ, ຄະນະພັກອຳນາດການປົກຄອງບັນດາທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກ, ປະຊາຊົນເຂດພູສູງ, ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ.
ທ່ານ ປະທານສະພາຊົນເຜົ່າ ກໍ່ໄດ້ມອບໃຫ້ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ ຈຳນວນເງິນ 250 ລ້ານດົ່ງ

ຕອນເຊົ້າວັນທີ 28 ມັງກອນ, ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ດ້ຽນບຽນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດກ່ວາ 200 ພູດ ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ນ້ຳໂປ່ ແລະ ເມື່ອງຈ່າ. ທ່ານຮອງນາຍົກລັດຖະມົນຕີືກໍ່ໄດ້ເຂົ້າຮ່ວມພິທີຕິດປ້າຍເຮືອນແຫ່ງມະຫາສາມັກຄີ ໃຫ້ແກ່ 2 ຄອບຄົວທຸກຍາກຢູ່ 2 ເມືອງນີ້. ທ່ານຮອງນາຍົກລັດຖະມົນຕີືສະເໜີໃຫ້ບັນດາອົງການຂັ້ນສູນກາງ, ຄະນະພັກອຳນາດການປົກຄອງບັນດາທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກ, ປະຊາຊົນເຂດພູສູງ, ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ອີແທັງຮ່າ ນີເອ ກາດຳ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນແກ່ບາງອົງການ, ຫົວໜ່ວຍຢູ່ແຂວງ ດັກລັກ ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດປີມະໂລງ 2024. ທ່ານ ປະທານສະພາຊົນເຜົ່າ ກໍ່ໄດ້ມອບໃຫ້ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ ຈຳນວນເງິນ 250 ລ້ານດົ່ງ (ເທົ່າກັບ 10.000 ກ່ວາ ໂດລາສະຫະລັດ) ຊຶ່ງເປັນຂອງຂວັນໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top