• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆ

ພັກ, ລັດ ຍາມໃດກໍ່ພະຍາຍາມເພື່ອໃຫ້ຜູ້ທຸກຍາກທຸກໆຄົນ ຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ; ພິເສດແມ່ນ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ເປັນຕົ້ນແມ່ນຄອບຄົວທຸກຍາກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່. 

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ມອບຂອງຂວັນໃຫ້ເດັກນ້ອຍ (ພາບ: baotintuc.vn)

ເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019, ວັນທີ 30 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ 500 ພຸດໃຫ້ບັນດາຄອບຄົວທຸກຍາກ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ທູງນາຍ ແລະ ບີງແທງ, ເມືອງ ກາວຟອງ, ແຂວງ ຮ່ວາບີງ.

        ເມື່ອແບ່ງກ່ຽວປັນກັບສະພາບຫຍຸ້ງຍາກຂອງບັນດາຄອບຄົວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ພະຍາຍາມເພື່ອໃຫ້ຜູ້ທຸກຍາກທຸກໆຄົນ ຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ; ພິເສດແມ່ນ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ເປັນຕົ້ນແມ່ນຄອບຄົວທຸກຍາກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່.


ທ່ານຫງວຽນທ້ຽນເຍີນ ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານເຂດ 7 (ພາບ: hcmcpv.org.vn)

ແລະກໍ່ໃນວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານເຂດ 7, ກອງພັນພິທັກຮັກສາ 180, ກອງເສນາທິການ - ທະຫານເຂດ 7, ອົງຄະນະພັກ ແລະ ອຳນາດການປົກຄອງເມືອງ 3.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top