• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຖະບານຫວຽດນາມສົ່ງໂທລະເລກອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ມຽນມາ

      ໃນຈົດໝາຍອວຍພອນສະບັບຕ່າງໆ, ບັນດາການນຳຫວຽດນາມລ້ວນແຕ່ຕີລາຄາສູງຕໍ່ບັນດາຜົນງານສຳຄັນທີ່ສອງປະເທດບັນລຸໄດ້ໃນການພົວພັນ ໃນໄລຍະ 45 ປີທີ່ຜ່ານມາ, ບົນພື້ນຖານສອງຝ່າຍ ແລະ ທັງໃນຂອບເຂດອາຊຽນ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Win Myint ປະທານາທິບໍດີ ມຽນມາ 
      ວັນທີ  28 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດສະຫະພັນ ມຽນມາ (28 ພຶດສະພາ 1975 – 28 ພຶດສະພາ 2020), ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ Win Myint ປະທານາທິບໍດີ ມຽນມາ.
            ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ ເຖິງທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ.
        ໃນຈົດໝາຍອວຍພອນສະບັບຕ່າງໆ, ບັນດາການນຳຫວຽດນາມລ້ວນແຕ່ຕີລາຄາສູງຕໍ່ບັນດາຜົນງານສຳຄັນທີ່ສອງປະເທດບັນລຸໄດ້ໃນການພົວພັນ ໃນໄລຍະ 45 ປີທີ່ຜ່ານມາ, ບົນພື້ນຖານສອງຝ່າຍ ແລະ ທັງໃນຂອບເຂດອາຊຽນ. ບັນດາການນຳ ໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ຄວາມມາພະພະຍາຍາມລວມຂອງລັດຖະບານ ແລະ ປະຊາຊົນສອງປະເທດ, ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານຫວຽດນາມ - ມຽນມາ ຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ, ພ້ອມກັນນັ້ນກໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ປະຊາຄົມ ອາຊຽນ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດຖະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top