• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາປະເທດ MLC ຕີລາຄາສູງບັນດາຜົນງານໃນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ການນຳບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາຜົນງານໃນການຮ່ວມມືທີ່ບັນລຸໄດ້ໃນໄລຍະ 2 ປີຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ພາກພື້ນຫຼາຍພໍສົມຄວນ.


ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຊຸມ MLC

(ພາບ: TTXVN)


ວັນທີ 25 ສິງຫາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບກອງປະຊຸມທາງອອນລາຍແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 3. ຕາມສື່ມວນຊົນລາວແລ້ວ, ການນຳບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາຜົນງານໃນການຮ່ວມມືທີ່ບັນລຸໄດ້ໃນໄລຍະ 2 ປີຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ພາກພື້ນຫຼາຍພໍສົມຄວນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມລວມຂອງບັນດາປະເທດສະມາຊິກ MLC ໃນການປະຕິບັດໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ລວມທັງຖັນແຖວພະນັກງານຄຸ້ມຄອງ, ຄຸ້ມຄອງໂຄງການ ແລະ ນັກວາງແຜນນະໂຍບາຍ; ຕີລາຄາສູງເລື່ອງຍົກລະດັບກົນໄກຮ່ວມມືຄຸ້ມຄອງແຫຼ່ງນ້ຳຈາກຂັ້ນເຕັກນິກຂຶ້ນສູ່ລະດັບກະຊວງ, ຢືນຢັນນີ້ແມ່ນສິ່ງທີ່ຈຳເປັນໃຫ້ແກ່ການພັດທະນາແບບຍືນຍົງ.

        ໃນຂະນະນັ້ນ, ສຳນັກຂ່າວສານກຳປູເຈຍ AKP ໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Hun Sen ທີ່ກອງປະຊຸມ MLC ໂດຍຖືວ່າ, ໃນຈຸດເວລາເສດຖະກິດທົ່ວໂລກພວມຖືກຊຸດໂຊມຄືໃນປະຈຸບັນ, ຕ້ອງຖືເລື່ອງຕ້ອງຮັບປະກັນບັນດາແຫຼ່ງກຳລັງໃນການພັດທະນາໃຫ້ແກ່ເຂດອະນຸພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແມ່ນບັນຫາບຸລິມະສິດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top