• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນດ່ານັ້ງ ອວຍພອນບຸນປີໃໝ່ລາວ

ວັນທີ 13 ເມສາ, ທ່ານເລຂາຄະນະພັກນະຄອນດ່ານັ້ງ ຫງວຽນວັນກ໋ວາງ ໄດ້ໄປອວຍພອນພະນັກງານ, ພາລະກອນສະຖານກົງສູນລາວ ປະຈຳນະຄອນດ່ານັ້ງ ໃນໂອກາດບຸນປີໃໝ່ລາວ ພ.ສ 2565.
  ການນຳນະຄອນດ່ານັ້ງ ອວຍພອນບຸນປີໃໝ່ລາວ (ພາບ: TTXVN)  

 ທ່ານ ຫງວຽນວັນກ໋ວາງ ຢັ້ງຢືນວ່າ ຊຸມປີຜ່ານມາ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ ແລະ ລາວ, ການພົວພັນຮ່ວມມືລະຫວ່າງດ່ານັ້ງ ກັບທ້ອງຖິ່ນຕ່າງໆຂອງລາວ ຍາມໃດກໍ່ໄດ້ເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ພິເສດ, ປີ 2022 ເປັນປີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022), ນະຄອນດ່ານັ້ງ ຈະມີຫຼາຍການເຄື່ອນໄຫວເພື່ອສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບ ລະຫວ່າງດ່ານັ້ງ ກັບທ້ອງຖິ່ນຕ່າງໆຂອງລາວ. ທ່ານຫງວຽນວັນກ໋ວາງຫວັງວ່າ ສະຖານກົງສູນລາວ ປະຈຳນະຄອນດ່ານັ້ງ ຈະສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນ ເພີ່ມທະວີ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງດ່ານັ້ງ ກັບທ້ອງຖິ່ນຕ່າງໆຂອງລາວ ໃຫ້ດີກ່ວາອີກ ນັບທັງລວງເລິກ, ລວງກວ້າງ ແລະ ໃນທຸກຂົງເຂດ.

ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວນະຄອນດ່ານັ້ງ ໄດ້ສົມທົບກັບສະຖານກົງສູນລາວ ປະຈຳດ່ານັ້ງ, ມະຫາວິທະຍາໄລອາຊີຕາເວັນອອກ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວ ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳທີ່ເປັນເອກະລັກ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງສອງປະເທດຕື່ມອີກ. ງານບຸນໄດ້ດຶງດູດການເຂົ້າຮ່ວມຂອງ ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນດ່ານັ້ງ ກ່ວາ 200 ຄົນ ພ້ອມກັບນັກສຶກສາມະຫາວິທະຍາໄລອາຊີຕາເວັນອອກຫຼາຍຮ້ອຍຄົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top