• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທ່ອງທ່ຽວ ດານັ້ງ ມີສັນຍານດີໄລຍະຕົ້ນປີໃໝ່ປີມະໂລງ 2024

ລະອຽດຄື, ແຕ່ວັນທີ 8 ກຸມພາ (ກົງກັບວັນທີ 29 ບຸນເຕັດ) ຮອດວັນທີ 14 ກຸມພາ (ກົງກັບວັນທີ 5 ບຸນເຕັດ), ມີ 894 ຖ້ຽວບິນຢູ່ພາຍໃນປະເທດ ແລະ ສາກົນ ຂົນສົ່ງໂດຍສານແຂກທ່ອງທ່ຽວມາ ດານັ້ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ນະຄອນ ດານັ້ງ ຕ້ອນຮັບແຂກທ່ອງທ່ຽວ ໃນຊຸມວັນຕົ້ນປີໃໝ່ (ພາບປະກອບ)

ຕາມພະແນກທ່ອງທ່ຽວ ດ່ານັ້ງ ແລ້ວ, ໃນຊຸມວັນຕົ້ນປີມະໂລງ 2024, ການທ່ອງທ່ຽວ ດານັ້ງ ໄດ້ຮັບຫຼາຍສັນຍານທີ່ດີ.

ລະອຽດຄື, ແຕ່ວັນທີ 8 ກຸມພາ (ກົງກັບວັນທີ 29 ບຸນເຕັດ) ຮອດວັນທີ 14 ກຸມພາ (ກົງກັບວັນທີ 5 ບຸນເຕັດ), ມີ 894 ຖ້ຽວບິນຢູ່ພາຍໃນປະເທດ ແລະ ສາກົນ ຂົນສົ່ງໂດຍສານແຂກທ່ອງທ່ຽວມາ ດານັ້ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ທ່າກຳປັ່ນ ຕຽນຊາ ໄດ້ຕ້ອນຮັບກ່ຳປັ່ນທະເລສາກົນມາພັກ 1 ຄືນ, ດ້ວຍຈຳນວນແຂກທ່ອງທ່ຽວກ່ວາ 3.400 ຄົນ. ຕາມທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວ ດານັ້ງ ແລ້ວ, ຍອດຈຳນວນແຂກທ່ອງທ່ຽວ ມາທ່ອງທ່ຽວຢູ່ ດານັ້ງ ໃນບຸນປີໃໝ່ປະຈຳຊາດປີມະໂລງ 2024 ບັນລຸເກືອບ 362.000 ເທື່ອຄົນ, ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ຈຳນວນແຂກທ່ອງທ່ຽວສາກົນບັນລຸປະມານ 172.000 ເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດບັນລຸປະມານ 190.000 ເທື່ອຄົນ.

ທັງປີ, ນະຄອນ ດານັ້ງ ວາງຄາດໝາຍຮັບໃຊ້ແຂກທ່ອງທ່ຽວພັກກ່ວາ 8,4 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ແຂກແຂກທ່ອງທ່ຽວສາກົນແມ່ນ 2,5 ລ້ານເທື່ອຄົນ, ລາຍຮັບຈາກການບໍລິການພັກເຊົາ, ກິນດື່ມທ່ອງທ່ຽວ... ໄດ້ສູ້ຊົນບັນລຸເກືອບ 31.000 ຕື້ດົ່ງ (1,26 ຕື້ ໂດລາສະຫະລັດ), ເພີ່ມຂຶ້ນກ່ວາ 10%.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ທີ່​ການ​ຕ້ອນ​ຮັບ ທ່ານ Grandhi Mallikarjuna Rao ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR ແລະ ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງ ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ

Top