• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທາບທາມຄວາມເຫັນດ້ານການເມືອງ ຫວຽດນາມ - ໂປໂລຍ

2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ.
ການທາບທາມຄວາມເຫັນດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂປໂລຍ (ພາບ: TTXVN)

ວັນທີ 30 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ນາງ ເລທິທູຮັ່ງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ໂປໂລຍ Krystyna Radwan-Röhrenschef, ໄດ້ເປັນປະທານຮ່ວມການທາບທາມຄວາມເຫັນດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂປໂລຍ, ແລກປ່ຽນທິດທາງ, ມາດຕະການຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ໂປໂລຍ.

        2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ກະສິກຳ, ວັດທະນະທຳ - ທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ… ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັນ ໂປໂລຍ ແລະ ສະຫະພາບເອີລົບ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, 2 ຝ່າຍໄດ້ເຫັນດີພິຈາລະນາການສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ; ສ້າງທຸກເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງ 2 ປະເທດແຊກຊຶມເຂົ້າຕະຫຼາດຂອງກັນໃຫ້ຫຼາຍກວ່າ; ສົ່ງເສີມວິສາຫະກິດ ໂປໂລຍ ຍູ້ແຮງງານລົງທຶນເຂົ້າ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ວັນທີ 16 ມິຖຸນາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ຢັ້ງຢືນຄືນ ການເຈລະຈາສອງຝ່າຍ ແມ່ນຊ່ອງທາງທີ່ເໝາະສົມເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ ເຂດຊາຍແດນ ໄທ - ກຳປູເຈຍ.

Top