ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ກັນຍາ 1945 – 19 ກັນຍາ 2025) ແລະ ວັນຊາດ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025), ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພ້ອມກັບສະຖານີໂທລະພາບ ຫວຽດນາມ ໄດ້ຈັດລາຍການຖ່າຍທອດສົດ ບົດສື່ການເມືອງ - ສິລະປະພິເສດ “ໂອກາດທອງ” ເຊື່ອມຕໍ່ 3 ເຂດພາກຂອງ ຫວຽດນາມ. ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ.ຫວຽດນາມ ເຂົ້າຮ່ວມຈຸດເຊື່ອຕໍ່ຖ່າຍທອດສົດຢູ່ ຮ່າໂນ້ຍ; ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມຈຸດເຊື່ອມຕໍ່ຢູ່ນະຄອນ ເຫວ້ ແລະ ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມຈຸດເຊື່ອມຕໍ່ຢູ່ນະຄອນ ໂຮ່ຈີມິນ.
ລາຍການຖ່າຍທອດສົດ “ໂອກາດທອງ” ໄດ້ເຊື່ອມຕໍ່ 3 ຈຸດທີ່ມີຄວາມໝາຍປະຫວັດສາດ, ນັ້ນແມ່ນ: ເສົາທຸງ ຮ່າໂນ້ຍ - ເປັນສັນຍາລັກຂອງຈິດໃຈເອກະລາດ; ສະໜາມຫຼວງ ເງາະມົນ (ເຫວ້) - ແຫ່ງຕິດພັນລະຫວ່າງອະດີດກັບປະຈຸບັນ ແລະ ທ່າກຳປັ່ນ ຍາຣົ່ງ (ນະຄອນ ໂຮ່ຈີມິນ) - ແຫ່ງເລີ່ມຕົ້ນການເດີນທາງປົດປ່ອຍຊາດຂອງປະທານ ໂຮ່ຈີມິນ.