• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຍ່າງຮ່ວມກັນເພື່ອຊ່ວຍເຫຼືອຜູ້ຖືກຜົນສະທ້ອນຈາກທາດພິດສີສ້ົມ ແລະຄົນພິການທຸກຍາກ

      ຕອນເຊົ້າວັນທີ 5 ສິງຫາ, ມີນັກອາສາສະໝັກ ສະພາກາແດງ ແລະ ປະຊາຊົນນະຄອນໂຮ່ຈີມິນຂອງຫວຽດນາມ ກວ່າ 5.000 ຄົນ ໄດ້ເຂົ້າຮ່ວມການຍ່າງຮ່ວມກັນ “ເພື່ອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແລະ ຄົນພິການທີ່ທຸກຍາກ ຄັ້ງທີ 12 ປີ 2018” ຢູ່ສວນສາທາລະນະວັດທະນະທໍາ ເດີ່ມແຊນ, ເມືອງ 11, ນະຄອນໂຮ່ຈີມິນ.

ການນໍາ, ປະຊາົນ, ອາສາສະໝັກນະຄອນໂຮ່ຈີມິນ ພ້ອມດ້ວຍຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ເຂົ້າຮ່ວມການຍ່າງ
(ພາບ:voh.com.vn)
      ດ້ວຍຫົວຂໍ້ວ່າ ສະພາກາແດງ - ເພື່ອທຸກຄົນ, ຢູ່ທຸກແຫ່ງຫົນ”, ການແຂ່ງຂັນຍ່າງນີ້ ໂດຍສະພາກາແດງນະຄອນໂຮ່ຈີມິນຈັດຕັ້ງຂຶ້ນ ເພື່ອແນໃສ່ຕອບສະໜອງເດືອນເຄື່ອນໄຫວ “ເພື່ອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແລະຄົນພິການທີ່ທຸກຍາກ” ໃນລະຫວ່າງວັນທີ 5 ສິງຫາ ຫາວັນທີ 5 ກັນຍາ 2018 ໂດຍສູນກາງສະພາກາແດງຫວຽດນາມ ປຸກລະດົມ ເນື່ອງໃນໂອກາດ ວັນເພື່ອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ (10 ສິງຫາ) ແລະ ວັນມະນຸດສະທໍາໂລກ (19 ສິງຫາ). ເຂົ້າຮ່ວມການຍ່າງ, ນາງ ຫງວຽນທິຮວາ ເຊິ່ງເປັນປະຊາຊົນນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:
        ຂ້າພະເຈົ້າເຫັນວ່າ ການຍ່າງນີ້ທັງມ່ວນ ແລະມີຄວາມໝາຍທີ່ສຸດ. ທີໜຶ່ງແມ່ນເຮົາຍ່າງເພື່ອສຸຂະພາບຂອງຕົນເອງ, ທີສອງແມ່ນເພື່ອຊ່ວຍເຫຼືອ ບັນດາຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແລະ ການເຄື່ອນໄຫວກຸສົນ. ຂ້າພະເຈົ້າຫວັງວ່າ ວົງຄະນະຍາດຂອງພວກເຮົາຈະຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນພິການ ແລະ ຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ຍາມໃດກໍມີສຸຂະພາບເຂັ້ມແຂງ, ມີຄວາມໄວ້ເນື້ອເຊື່ອໃຈເພື່ອສູ້ຊົນບືນຕົວຂຶ້ນ”.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top