• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຍົກເລີກບັດເຫຼືອງ IUU ແມ່ນຄວາມສົນໃຈຢ່າງໃຫຍ່ຂອງລັດຖະບານ ຫວຽດນາມ

ຄະນະປະຕິບັດງານຈະກວດກາໝາກຜົນການປະຕິບັດຂໍ້ສະເໜີແນະຂອງ EC ໃນການກວດກາຄັ້ງທີ 3 (ເດືອນ ຕຸລາ 2022) ກ່ຽວກັບການຕ້ານການຫາປາແບບ IUU ຂອງ ຫວຽດນາມ.
(ພາບປະກອບ: TTXVN)

ແຕ່ວັນທີ 10 ຫາວັນທີ 18 ຕຸລາ, ຄະນະປະຕິບັດງານຂອງຄະນະກຳມະການ ເອີລົບ (EC) ໄດ້ມາ ຫວຽດນາມ, ເລີ່ມດຳເນີນການສຳຫຼວດກວດກາຄັ້ງທີ 4 ກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).

ຄະນະປະຕິບັດງານຈະກວດກາໝາກຜົນການປະຕິບັດຂໍ້ສະເໜີແນະຂອງ EC ໃນການກວດກາຄັ້ງທີ 3 (ເດືອນ ຕຸລາ 2022) ກ່ຽວກັບການຕ້ານການຫາປາແບບ IUU ຂອງ ຫວຽດນາມ. ໃນນັ້ນ, ສຸມໃສ່ວຽກງານກວດກາກຳປັ່ນຫາປາທີ່ເຂົ້າ-ອອກທຽບທ່າກຳປັ່ນ ແລະ ເຄື່ອນໄຫວຢູ່ທະເລ, ຄວບຄຸມວັດຖຸດິບສົ້ນເຂົ້າ ແລະ ຊອກຫາຕົ້ນກຳເນີດຂອງສິນທະເລຈາກການຂຸດຄົ້ນ. ດ້ວຍຄວາມຕັດສິນໃຈສູງເພື່ອຍົກກເລີກ “ບັດເຫຼືອງ” ສິນໃນນ້ຳຂອງ EC, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການແກ້ໄຂ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຢ່າງຄົບຖ້ວນຕາມຂໍ້ສະເໜີຂອງ EC. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸງດຶກຕຽນ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາແບບ IUU ໃຫ້ຮູ້ວ່າ:

“ບັນຫາຍົກເລີກບັດເຫຼືອງແມ່ນຄວາມເອົາໃຈໃສ່ຢ່າງໃຫຍ່ຂອງລັດຖະບານ, ພິເສດແມ່ນນາຍົກລັດຖະມົນຕີ. ພວກເຮົາໄດ້ປະຕິບັດບັນດາບັນຫາເຊິ່ງ EC ສຳຫຼວດກວດກາ ແລະ ຊີ້ອອກໃນຄັ້ງທີ 3 ຢ່າງເຂັ້ມງວດ. ທັງລະບົບການເມືອງໄດ້ເຂົ້າຮ່ວມ, ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ ແລະ ພວກຂ້າພະເຈົ້າຫວັງວ່າຈະຍົກເລີກບັດເຫຼືອງໃນເວລາໄວໆນີ້.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ

Top