• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການກວດກາເບື້ອງຕົ້ນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ຈຸດພົ້ນເດັ່ນຂອງລາຍການແມ່ນການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ເປີດສາກດ້ວຍບັນດາຝູງບິນເຮລີກອບເຕີປະກອບອາວຸດ ຂຶ້ນກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ.
ການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ສະໜາມກິລານະຄອນ ດ້ຽນບຽນຝູ (ພາບ: TTXVN)

ຕອນເຊົ້າວັນທີ 03 ພຶດສະພາ, ຢູ່ສະໜາມກິລານະຄອນ ດ້ຽນບຽນຝູ, ຄະນະຊີ້ນຳສູນກາງສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງ ຫວຽດນາມ ໃນໄລຍະ 3 ປີ 2023 – 2025 ໄດ້ຈັດການກວດກາເບື້ອງຕົ້ນພິທີສະເຫຼີມສະຫຼອງ, ເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳສູນກາງ, ເປັນປະທານລາຍການ.

ຈຸດພົ້ນເດັ່ນຂອງລາຍການແມ່ນການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ເປີດສາກດ້ວຍບັນດາຝູງບິນເຮລີກອບເຕີປະກອບອາວຸດ ຂຶ້ນກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ. ການກວດກາເບື້ອງຕົ້ງນີ້ໂດຍມີການເຂົ້າຮ່ວມຂອງກວ່າ 12.000 ຄົນ ທີ່ເຂົ້າຮ່ວມການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ... ພາຍຫຼັງການກວດກາເບື້ອງຕົ້ນລະດັບລັດໃນມື້ນີ້, ພິທີເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຈະໄດ້ກວດກາຄັ້ງສຸດທ້າຍໃນວັນທີ 05 ພຶດສະພາ ແລະ ຈັດພິທີເປັນທາງການໃນວັນທີ 07 ພຶດສະພາ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top