• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ

ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢຸງ (ພາບ: TTXVN)

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢຸງ ໃຫ້ຮູ້ວ່າ, ກະຊວງແຜນການ ແລະ ການລົງທຶນ ພວມສົມທົບກັບບັນດາທ້ອງຖິ່ນເພື່ອສ້າງແຜນການຟື້ນຟູເສດຖະກິດເພື່ອແນໃສ່ແກ້ໄຂບັນດາຜົນສະທ້ອນ, ຜົນກະທົບ, ຍາດແຍ່ງກາລະໂອກາດໃໝ່, ທ່າອ່ຽງໃໝ່, ຮັບປະກັນບັນດາມາດຕະຖານສູງທີ່ສຸດປະກອບສ່ວນເຂົ້າໃນການເຕີບໂຕລວມຂອງ ປະເທດຊາດ.

ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%. ເພື່ອບັນລຸໄດ້ເປົ້າໝາຍນີ້ຕ້ອງມີຄວາມຕັດສິນໃຈ, ມານະພະຍາຍາມຂອງທົ່ວປະເທດ, ໃນສະພາບການປີ 2022, ມີຫຼາຍປັດໄຈໃໝ່, ໂລກລະບາດທີ່ແກ່ຍາວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເສດຖະກິດໂລກມີການຟື້ນຟູຢ່າງຊັກຊ້າ ແລະ ບໍ່ມີຄວາມສະໝ່ຳສະເໝີ ແລະ ບັນດາປະເທດມີຈຳນວນປະຊາຊົນໄດ້ຮັບການສັກວັກຊິນຫຼາຍ ຈະເປີດປະຕູໂດຍໄວ.

ທ່ານລັດຖະມົນຕີກໍ່ເນັ້ນໜັກວ່າ, ຕ້ອງສ້າງໂຄງການ, ໂຄງປະກອບພື້ນຖານເສດຖະກິດໂດຍໄວເພື່ອຍົກສູງກຳລັງທົນທານ, ລັກສະນະເປັນເຈົ້າຕົນເອງ, ຄວາມສາມາດໃນການຮັບມືກັບທຸກກໍລະນີໃໝ່ອາດຈະເກີດຂຶ້ນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top