ຂ່າວສານ
ກະຊວງປ້ອງກັນປະເທດ ຫວຽດນາມ - ສະຫະພັນ ລັດເຊຍ ຮ່ວມມືກັນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

ການແລກປ່ຽນຜ່ານທາງອອນລາຍ
ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມກັບກະຊວງປ້ອງກັນປະເທດສະຫະພັນລັດເຊຍ (ພາບ: TTXVN)
ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືນີ້ແມ່ນໄພນາບຂູ່ລວມຂອງມວນມະນຸດ, ຍົກສູງບົດບາດ, ຄວາມມານະພະຍາຍາມຂອງປະຊາຄົມສາກົນໃນໄລຍະຜ່ານມາ.
ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນປະສົບການຜ່ານທາງອິນເຕີແນັດ, ຊຸກຍູ້ບາງເນື້ອໃນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການແລກປ່ຽນນັກຊ່ຽວຊານໃນຂົງເຂດເຕັກໂນໂລຢີ, ການແພດ, ຊີວະສາດ; ສະໜອງອຸປະກອນການແພດປ້ອງກັນ, ສະກັດກັ້ນ; ສະໜອງຢຸກຢາເພື່ອປິ່ນປົວ; ຊຸກຍູ້ການຮ່ວມມືໂດຍກົົງລະຫວ່າງບັນດາຮາກຖານຄົ້ນຄວ້າຂອງທັງສອງຝ່າຍ.
ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ມອບຊຸດປ້ອງກັນພະຍາດ, ອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຈໍານວນໜຶ່ງໃຫ້ແກ່ ສະຖານທູດ ສະຫະພັນລັດເຊຍ ປະຈໍາ ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)