• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ການ​ຕ່າງ​ປະ​ເທດ ພົບ​ປະ​ກັບ​ສື່ມວນ​ຊົນ​ຕ່າງ​ປະ​ເທດ

ໂດຍແບ່ງປັນກ່ຽວກັບຂະແໜງການທູດໃນປີ 2022, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໃຫ້ຂໍ້ສັງເກດວ່າ ດ້ວຍບັນດາຄວາມມານະພະຍາຍາມທີ່ໜຽວແໜ້ນ ຂະແໜງການຕ່າງປະເທດໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສຳເລັດການຕ່າງປະເທດລວມຂອງ ຫວຽດນາມ.
  ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລະ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຢູ່ເຫດການ  

ວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ເປັນປະທານການພົບປະກັບສື່ມວນຊົນສາກົນນັດສາມັນຂອງກະຊວງການຕ່າງປະເທດ ແລະ ແຂກຖືກເຊີນທີ່ເປັນນັກຂ່າວ, ຜູ້ຊ່ວຍວຽກບັນດາຫ້ອງການສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ແລະ ພະນັກງານຮັບຜິດຊອບວຽກງານສື່ມວນຊົນ ແລະ ບັນດາອົງການຕາງໜ້າຕ່າງປະເທດ ປະຈຳ ຫວຽດນາມ.

ໂດຍແບ່ງປັນກ່ຽວກັບຂະແໜງການທູດໃນປີ 2022, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໃຫ້ຂໍ້ສັງເກດວ່າ ດ້ວຍບັນດາຄວາມມານະພະຍາຍາມທີ່ໜຽວແໜ້ນ ຂະແໜງການຕ່າງປະເທດໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສຳເລັດການຕ່າງປະເທດລວມຂອງ ຫວຽດນາມ. ພິເສດແມ່ນ ວຽກງານການທູດວັກຊິນ ໄດ້ປະສົບຜົນສຳເລັດທີ່ສຸດ, ປະກອບສ່ວນຊ່ວຍຫວຽດນາມ ກາຍເປັນ 1 ໃນຈຳນວນ 6 ປະເທດທີ່ມີອັດຕາຜູ້ໄດ້ສັກວັກຊິນຫຼາຍທີ່ສຸດໃນທົ່ວໂລກ. ກະຊວງການຕ່າງປະເທດໄດ້ ຮັກສາການສະໜອງຂໍ້ມູນໃຫ້ແກ່ຖັນແຖວນັກຂ່າວສື່ມວນຊົນສາກົນຢ່າງເປັນ ປະຈຳ ແລະ ຕໍ່ເນື່ອງ, ຈັດຕັ້ງສຳເລັດການໄປທັດສະນະສຶກສາຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ແກ່ນັກຂ່າວສາກົນ ແລະ ພະນັກງານຮັບຜິດຊອບວຽກງານການຂ່າວ ຂອງບັນດາອົງການຕາງໜ້າຕ່າງປະເທດປະຈຳ ຫວຽດນາມ, ປະກອບສ່ວນເຂົ້າໃນການໂຄສະນາພາບພົດ ຫວຽດນາມ ໄປຍັງເພື່ອນມິດສາກົນເປັນຈຳນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top