• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງ​ປ້ອງ​ກັນ​ປະ​ເທດສະ​ເໜີ​ໃຫ້​ມີຈັດ​ຕັ້ງ​ວຽກງານ​ແຍ​ກຕົວ​ຢູ່​ເຂດ​ຕົວ​ເມືອງ​ໃຫ້​ເໝາະສົມ

ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19 ໄດ້ຈັດຕັ້ງກອງປະຊຸມອອນລາຍທົ່ວກອງທັບ ເພື່ອແນໃສ່ສໍາຫຼວດກວດຄືນ, ຖອດຖອນບົດຮຽນກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

(ພາບປະກອບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ປັດຈຸບັນທົ່ວປະເທດກໍາລັງກ້າວເຂົ້າສູ່ໄລຍະທີ 2 ຂອງວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19. ທາງກອງທັບ ໄດ້ໝູນໃຊ້ກົນໄກຕ້ານໂລກລະບາດຄືຕ້ານສັດຕູ, ສ້າງຕັ້ງກອງບັນຊາທຸກຂັ້ນ ເພື່ອເປັນເຈົ້າການໃນການຈັດຕັ້ງຕ້ອນຮັບ, ແຍກຕົວ. ທ່ານ ພົນໂທ ເຈິ່ນເດີນ ສະເໜີໃຫ້ປະຕິບັດວຽກງານແຍກຕົວໃຫ້ເໝາະສົມ ຫຼີກລ້ຽງການເຕົ້າໂຮມຜູ້ຖືກແຍກຕົວຫຼາຍເກີນໄປຢູ່ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ:

        “ຂ້າພະເຈົ້າສະເໜີໃຫ້ທະຫານເຂດຕ່າງໆ, ເວລາແຍກຕົວ, ຈົ່ງຈັດຕັ້ງການຖອດຖອນບົດຮຽນ ແລະ ຊີ້ນໍາບັນດາກໍາລັງໂດຍອີງຕາມການແນະນໍາຂອງກົມເສນາຮັກ, ກະຊວງສາທາລະນະສຸກ, ຈັດຕັ້ງໃຫ້ຖືກຕ້ອງຕາມຂໍ້ກໍານົດ. ຈໍາກັດການຕິດແປດຕໍ່ກັນໃຫ້ຢູ່ລະດັບຕໍ່າສຸດ ແລະ ບໍ່ປະໃຫ້ເກີດກໍລະນີຕິດແປດຢູ່ບັນດາກໍາລັງໃນກອງທັບ, ຕ້ອງປະຕິບັດສິ່ງດັ່ງກ່າວໃຫ້ດີກວ່າອີກ ແລະ ມີຂໍ້ກໍານົດແບບບັງຄັບຢ່າງລະອຽດ; ຢູ່ບັນດາເຂດແຍກຕົວ, ຕ້ອງແຈ້ງໃຫ້ຜູ້ຖືກແຍກຕົວນັ້ນຮັບຊາບວ່າ ນີ້ແມ່ນການແຍກຕົວແບບບັງຄັບ, ຕ້ອງປະຕິບັດຕາມຂໍ້ກໍານົດຂອງກອງທັບ ແລະ ບໍ່ໃຫ້ຍາດຕິພີ່ນ້ອງຂອງພວກເຂົາມາຢາມ”.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top