• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງອຸດສາຫະກຳ - ການຄ້າ ສ ເຊັກໂກ ມີຄວາມປະເອີບໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າກັບ ຫວຽດນາມ

ໃນເຄິິ່ງຕົ້ນປີ 2023 ນີ້, ການສົ່ງອອກຈາກ ສ ເຊັກໂກ ໄປຍັງ ຫວຽດນາມ ເພີ່ມຂຶ້ນ 48% ໃນຂະນະທີ່ການສົ່ງອອກຈາກ ຫວຽດນາມ ໄປຍັງ ເຊັກໂກ ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ.
ທ່ານ Jozef Sikela, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ ເຊັກໂກ (ພາບ:TTXVN)

ວັນທີ 2 ກັນຍາ, ທ່ານ Jozef Sikela, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ ເຊັກໂກ ໄດ້ຢັ້ງຢືນວ່າ: ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນທີ່ສຸດຂອງ ສ ເຊັກໂກ ໃນກຸ່ມສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ດ້ວຍຍອດວົງເງິນການຄ້າບັນລຸລະດັບສະຖິຕິ 2,3 ຕື້ໂດລາສະຫະລັດ ໃນປີ 2022. ຕາມທ່ານ Sikela ແລ້ວ, ປີ 2023 ນີ້ ຈະໄດ້ເຫັນປະຈັກຕາລະດັບສະຖິຕິໃໝ່ ກ່ຽວກັບວົງເງິນການຄ້າສອງຝ່າຍ ຫວຽດນາມ - ເຊັກໂກ. ໃນເຄິິ່ງຕົ້ນປີ 2023 ນີ້, ການສົ່ງອອກຈາກ ສ ເຊັກໂກ ໄປຍັງ ຫວຽດນາມ ເພີ່ມຂຶ້ນ 48% ໃນຂະນະທີ່ການສົ່ງອອກຈາກ ຫວຽດນາມ ໄປຍັງ ເຊັກໂກ ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ. ທ່ານລັດຖະມົນຕີ Sikela ຕີລາຄາວ່າ ໝາກຜົນນີ້ໄດ້ສະແດງໃຫ້ເຫັນການຮ່ວມມືຢ່າງແຮງ ແລະ ເລິກເຊິ່ງລະຫວ່າງ ລັດຖະບານ ກໍ່ຄືບັນດາຂົງເຂດດຳເນີນທຸລະກິດຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top