• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກ ຫວຽດນາມ ສືບຕໍ່ເພີ່ມທະວີກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19

      ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ຕອນເຊົ້າວັນທີ 18 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ຜູ້ຕາງໜ້າກະຊວງສາທາລະນະສຸກໃຫ້ຮູ້ວ່າ ບ່ອນແຜ່ລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ພວມໄດ້ຮັບການຄວບຄຸມເທື່ອລະກ້າວ, ຈຳກັດໄດ້ການແຜ່ລະບາດອອກສູ່ຊຸມຊົມ.

ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ  (ພາບ: TTXVN)
      ຈຳນວນກໍລະນີຕິດເຊື້ອໃໝ່ໄດ້ຫລຸດລົງໃນຊຸມວັນມໍ່ໆມານີ້. ເຖິງຢ່າງໃດກໍ່ຕາມ, ບ່ອນແຜ່ລະບາດຢູ່ແຂວງ ຫາຍເຢືອງ ແລະ ຮ່າໂນ້ຍ ຍັງມີການຜັນແປຢ່າງສັບສົນຢູ່, ຍາກທີ່ຈະຄາດຄະເນ ລ່ວງໜ້າໄດ້. ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:
        “ສຳລັບວຽກງານວິໄຈຫາເຊື້ອ, ພວກເຮົາໄດ້ເພີ່ມທະວີການວິໄຈຫາເຊື້ອດ້ວຍຈຳນວນຫລາຍ. ນັບແຕ່ວັນທີ 25 ກໍລະກົດ ເປັນຕົ້ນມາ, ຈຳນວນການວິໄຈຫາເຊື້ອແມ່ນເທົ່າກັບຍອດຈຳນວນການວິໄຈຫາເຊື້ອຂອງ 6 ເດືອນກ່ອນນີ້.
        ກະຊວງສາທາລະນະສຸກ ຫວຽດນາມ ຈະສືບຕໍ່ເພີ່ມທະວີກຳລັງຄວາມສາມາດການວິໄຈຫາເຊື້ອ, ພ້ອມທັງ ຮຽກຮ້ອງໃຫ້ປະຊາຊົນປະຕິບັດບັນດາຄຳຕັກເຕືອນຂອງຂະແໜງສາທາລະນະສຸກຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top