• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກຫວຽດນາມ ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຄັ້ງທີ 3

ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍຈົ່ງກະກຽມແຜນການສັກວັກຊິນກັນໂຄວິດ-19 ຄັ້ງທີ 3 ໂດຍທັນທີ.
(ທ່ານລັດຖະມົນຕີ ຫງວຽນແທ່ງລອງ ວັກຊິນກັນໂຄວິດ-19)

ວັນທີ 15 ພຶດສະພາ, ຫວຽດນາມ ສືບຕໍ່ໄດ້ຮັບວັກຊິນກັນໂຄວິດ-19 ງວດທີ 2 ຂອງ AstraZeneca ໂດຍ COVAX Facility ອຸປະຖຳດ້ວຍຈຳນວນກວ່າ 1,68 ລ້ານໂດສ ເພື່ອຜັນຂະຫຍາຍການສັກວັກຊິນໃນທົ່ວປະເທດ.

        ດ້ວຍທິດນຳທີ່ວ່າ ສັກວັກຊິນຮອດໃສແມ່ນມີຄວາມປອດໄພຮອດນັ້ນ, ຮັບປະກັນຄວາມປອດໄພ ແລະ ທົ່ວເຖິງຂອງການສັກວັກຊິນ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍຈົ່ງກະກຽມແຜນການສັກວັກຊິນກັນໂຄວິດ-19 ຄັ້ງທີ 3 ໂດຍທັນທີ, ກວດກາຄືນບັນດາສະຖານທີ່ຈັດຕັ້ງການສັກວັກຊິນໃນບໍລິເວນ, ໃນນັ້ນຈະເປີດກວ້າງເປົ້າໝາຍໄດ້ຮັບການສັກວັກຊິນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top