• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດລາວຈັດຕັ້ງງານຊຸມນຸມມິດຕິງຢ່າງສົມກຽດສະເຫຼີມສະຫຼອງ ວັນບຸນໃຫຍ່ຂອງ 2 ປະເທດຫວຽດນາມ-ລາວ

       ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດ ສປປ ລາວ ຈັດຕັ້ງງານໂຮມຊຸມນຸມມິດຕິງສະເຫຼີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ. 

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ
      ທີ່ພິທີ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຢືນຢັນວ່າ: ເຫດການວັນທີ 18 ກໍລະກົດ 1977 ຫວຽດນາມ ແລະ ລາວ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືແມ່ນການພິສູດໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ ສະເໝີຕົ້ນສະເໝີປາຍ, ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນຂອງແຕ່ລະປະເທດ.  ໃນຊຸມປີຜ່ານມາ, ບັນດາເນື້ອໃນແຫ່ງການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ບັນດາກົນໄກ ແລະ ຮູບແບບການຮ່ວມມືນັບມື້ນັບຂະຫຍັນຂັນເຄື່ອນ, ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຂະແໜງການຕ່າງໆນັບມື້ນັບມີປະສິດທິຜົນ, ບັນດາຂົງເຂດຮ່ວມມືນັບມື້ນັບໄດ້ຮັບການເປີດກ້ວາງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ 2 ປະເທດ ຫວຽດນາມ  -ລາວ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດກໍ່ຢຶດໝັ້ນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອໃຫ້ການພົວພັນນີ້ຍື່ນຍົງຄົງຕົວກັບການເວລາ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top