• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການເງິນຮັບເງິນສະໜັບສະໜູນກອງທຶນວັກຊິນກັນໂຄວິດ - 19 ດ້ວຍຈຳນວນກ່ວາ 100 ຕື້ດົ່ງ

      ທີ່ພິທີຮັບ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດານັກອຸປະຖຳ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນແຫຼ່ງກຳລັງ ທີ່ເພີ່ມກຳລັງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອປະຕິບັດເປົ້າໝາຍສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນໂດຍໄວ.
ພິທີຮັບເງິນສະໜັບສະໜູນເຂົ້າໃນກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ (ພາບ: TTXVN)
      ຕອນບ່າຍວັນທີ 25 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ ໄດ້ດຳເນີນພິທີຮັບເງິນສະໜັບສະໜູນເຂົ້າໃນກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ ດ້ວຍຈຳນວນເງິນກ່ວາ 100 ຕື້ດົ່ງ (ລວມມີ 59 ຕື້ດົ່ງ ແລະ 2 ລ້ານ USD). ພິເສດ, ໃນຄັ້ງນີ້ ມີການເຂົ້າຮ່ວມຂອງບັນດານັກອຸປະຖຳແມ່ນບັນດາກຸ່ມບໍລິສັດສາກົນ ຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ທີ່ພວມເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຢູ່ ຫວຽດນາມ, ພາຍໃຕ້ການເປັນສັກຂີພະຍານຂອງ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ແລະ ຍີ່ປຸ່ນ ປະຈຳ ຫວຽດນາມ.
ທີ່ພິທີຮັບ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດານັກອຸປະຖຳ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນແຫຼ່ງກຳລັງ ທີ່ເພີ່ມກຳລັງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອປະຕິບັດເປົ້າໝາຍສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນໂດຍໄວ. ໃນນັ້ນ, ມີການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດ, ບໍລິສັດນານາຊາດ ໄດ້ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຢ່າງສູງເພື່ອປະຊາຄົມ, ຮ່ວມແຮງຮ່ວມໃຈກັບຫວຽດນາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top