• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການເງິນຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ FDI ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ພັດທະນາແບບຍືນຍົງ

ການເຄື່ອນໄຫວຢ່າງມີປະສິດທິຜົນຂອງ Samsung ໃນໄລຍະຜ່ານມາ ໄດ້ປະກອບສ່ວນສຳຄັນໃຫ້ແກ່ ຫວຽດນາມ ກ່ຽວກັບລາຍຮັບຈາກການສົ່ງອອກ, ສ້າງວຽກເຮັດງານທຳ ແລະ ເສຍອາກອນຕ່າງໆໃຫ້ແກ່ງົບປະມານແຫ່ງລັດ.
  ທີ່ການເຮັດວຽກ (ພາບ: TTXVN)  

ຕອນບ່າຍວັນທີ 10 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟືກ ໄດ້ເຮັດວຽກກັບທ່ານ Park Hark Kyu, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung Electronics, ຮັບຜິດຊອບດ້ານການເງິນ.

ທ່ານລັດຖະມົນຕີ ໂຮ່ດຶກເຟືກ ໃຫ້ຮູ້ວ່າ, ການເຄື່ອນໄຫວຢ່າງມີປະສິດທິຜົນຂອງ Samsung ໃນໄລຍະຜ່ານມາ ໄດ້ປະກອບສ່ວນສຳຄັນໃຫ້ແກ່ ຫວຽດນາມ ກ່ຽວກັບລາຍຮັບຈາກການສົ່ງອອກ, ສ້າງວຽກເຮັດງານທຳ ແລະ ເສຍອາກອນຕ່າງໆໃຫ້ແກ່ງົບປະມານແຫ່ງລັດ. ທ່ານ ໂຮ່ດຶກເຟືກ ກໍ່ຢືນຢັນວ່າ, ກະຊວງການເງິນ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາໂຄງການຂອງກຸ່ມບໍລິສັດລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ພັດທະນາແບບຍືນຍົງຢູ່ ຫວຽດນາມ.

 ສ່ວນທ່ານ Park Hark Kyu ເນັ້ນໜັກວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ແມ່ນ “ສູນ” ຜະລິດໃຫຍ່ທີ່ສຸດໃນໂລກຂອງກຸ່ມບໍລິສັດ Samsung. ສະນັ້ນ, ຝ່າຍກຸ່ມບໍລິສັດ Samsung ປາດຖະໜາວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍ Samsung ພັດທະນາ, ພ້ອມທັງກັນນັ້ນແມ່ນຢືນຢັນທີ່ຕັ້ງແກ່ງແຍ້ງຂອງ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top