• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມ ຈັດພິທີຊັກທຸງ ອາຊຽນ ປີ 2018 ວັນພຸດ ທີ 8 ສິງຫາ ຄ.ສ. 2018 | 17:29:00

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 51 ປີ (8/8/1967-8/8/2018), ໃນຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີຊັກທຸງ ອາຊຽນ ປີ 2018 ທີ່ນະຄອນຫຼວງຮ່າໂນ້ຍ. 
ເຂົ້າຮ່ວມໃນພິທີ ມີທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມັນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ບັນດາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ; ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງແຮງການ - ທະຫານເສຍອົງຄະ ແລະ ສັງຄົມ; ທ່ານເອກອັນຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ
ທາງດ້ານຄະນະທຸຕານຸທູດມີ: ເອກະອັກຄະລົດຖະທູດ ສ.ໂບລິວາ ເວເນຊູເອລາ ປະຈຳຫວຽດນາມ, ຫົວໜ້າຄະນະທຸຕານຸທູດປະຈຳຮ່າໂນ້ຍ; ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ປະຈຳຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ  ກ່າວຄໍາເຫັນທີ່ພິທີຊັກທຸງ ອາຊຽນປີ 2018
(ພາບ:news.zing.vn)
      ກ່າວຄໍາເຫັນທີ່ພິທີຊັກທຸງ ອາຊຽນປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຊີ້ແຈ້ງວ່າ ກ່ອນນີ້ 51 ປີ, ວັນທີ 8 ສິງຫາ 1967, ບັນດາການນໍາອາຊຽນ ໄດ້ວາງພື້ນຖານ ໃຫ້ “ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ ແລະ ວັດທະນາຖາວອນ”. ນັ້ນກໍແມ່ນ ປະຊາຄົມອາຊຽນ ໃນວັນນີ້, ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອຸ້ມຊູຊ່ວຍເຫຼືອ ແລະ ແບ່ງປັນເຊິ່ງກັນແລະກັນ, ແມ່ນປະຊາຄົມຂອງປະຊາຊົນ ແລະ ເພື່ອປະຊາຊົນ.
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມັນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
ບົດບາດເປັນໃຈກາງ, ນໍ້າໃຈສາມັກຄີ, ສຽງເວົ້າ ແລະ ກໍາລັງແຜ່ຂະຫຍາຍຂອງປະຊາຄົມອາຊຽນ ນັບມື້ນັບເຂັ້ມແຂງຂຶ້ນ, ອັນໄດ້ຊຸກຍູ້ການພົວພັນເປີດກວ້າງໃນຫຼາຍດ້ານກັບບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືໃນພາກພື້ນ ແລະ ທົ່ວໂລກ,ປະຕິບັດບັນດາເປົ້າໝາຍລວມກ່ຽວກັບສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງຍຸຕິທໍາ ແລະ ຍືນຍົງ. ສໍາລັບຫວຽດນາມແລ້ວ, ອາຊຽນແມ່ນບຸລິມະສິດໜຶ່ງໃນນະໂຍບາຍທາງດ້ານການຕ່າງປະເທດ. ຕະຫຼອດໄລຍະ 23 ປີຮ່ວມເດີນທາງພ້ອມກັນ, ອາຊຽນ ກໍ່ໄດ້ຕິດພັນກັບບັນດາຂີດໝາຍອັນສຳຄັນໃນຂະບວນວິວັດແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຂອງຫວຽດນາມ”.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຮ່ວມກັບບັນດາປະເທດສະມາຊິກຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ ເຖິງປີ 2025 ບົນຈິດໃຈສາມັກຄີ, ຂະຫຍັນຂັນເຂື່ອນ ແລະ ປະດິດຄິດສ້າງຢ່າງມີປະສິດທິຜົນ, ໃນນັ້ນ, ມີການເຂົ້າຮ່ວມຢ່າງກ້ວງຂວາງ, ປະກອບສ່ວນຢ່າງຕັ້ງໜ້າຂອງທຸກຊົນຊັ້ນສັງຄົມ ແລະ ປະຊາຊົນ ອາຊຽນ./
 (ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top