• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມເປັນປະທານຈັດຕັ້ງການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ

ວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມອບໃຫ້ກະຊວງການຕ່າງປະເທດຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການຈັດຕັ້ງການພົບປະລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢູ່ຮ່າໂນ້ຍ ໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: chinhphu.vn)

ໃນນັ້ນ, ລັດຖະບານໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດ, ເຊື່ອມໂຍງໃຫ້ເປັນຢ່າງດີ.

        ກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ອອກແຈ້ງການວ່າ, ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho, ທ່່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈະຢ້ຽມຢາມສປປ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 14 ກຸມພານີ້. ການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຖືກດຳເນີນໃນສະພາບ ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຂ່າວວ່າ ຈະພົບປະກັບການນຳສປປ.ເກົາຫຼີ ຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ກຸມພາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top