ບົດຂຽນໄດ້ຢັ້ງຢືນວ່າໃນຕະຫຼອດໄລຍະແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ກອງທັບຫວຽດນາມ ແມ່ນກຳລັງຫຼັກແຫຼ່ງພ້ອມກັບທົ່ວພັກ, ທົ່ວປວງຊົນສ້າງຂຶ້ນຫຼາຍວິລະກຳອັນຍິ່ງໃຫຍ່ ໃນພາລະກິດແຫ່ງການກໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ໄຊຊະນະນັ້ນແມ່ນເຕົ້າໂຮມຈາກຫຼາຍປັດໄຈ, ໃນນັ້ນ ການຊີ້ນຳນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບແມ່ນປັດໄຈມີຄວາມໝາຍຕັດສິນ. ບົດຂຽນ ໄດ້ເນັ້ນໜັກວ່າ ເພື່ອສືບຕໍ່ຮັກສາຢ່າງໝັ້ນແກ່ນ, ເສີມຂະຫຍາຍບົດບາດຂອງກອງທັບໃນການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນສະໄໝໃໝ່, ຄະນະພັກການທະຫານ ແລະ ທົ່ວກອງທັບຕ້ອງສຸມໃສ່ປະຕິບັດ 4 ໜ້າທີ່ຈຸດສຸມ, ຫຼັກແຫຼ່ງ.
ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ: ໂດຍມີຄວາມເອກອ້າງທະນົງໃຈຕໍ່ໝູນເຊື້ອອັນສະຫງ່າລາສີໃນໄລຍະ 81 ປີຂອງກອງທັບປະຊາຊົນ ຫວຽດນາມ ວິລະຊົນ, ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ເຊື່ອໝັ້ນວ່າ ກອງທັບຈະສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມ, ສ້າງກອງທັບປະຊາຊົນປະຕິວັດ, ເປັນກອງຫຼວງ, ທັນສະໄໝ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ, ຍອດຢ້ຽມ, ປະກອບສ່ວນສ້າງປະເທດຊາດແຫ່ງສັນຕິພາບ, ຮັ່ງມີເຂັ້ມແຂງ, ຜາສຸກໃນສັງກາດໃໝ່ຂອງຊາດ.







