
ທ່ານພົນໂທ ຮວ່າງຊວັນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
ທ່ານພົນໂທ ຮວ່າງຊວັນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມນີ້. ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງທ່ານ ຮອງເລຂາທິການໃຫຍ່ ອາຊຽນ Robert Matheus Michael Tene ແນະນຳສະພາບການຮ່ວມມືໃນໄລຍະຜ່ານມາໃນ ອາຊຽນ; ຮັບຟັງບົດລາຍງານໝາກຜົນກອງປະຊຸມອອນລາຍ ກຸ່ມປະຕິບັດງານ ເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ (ADSOM WG) ແລະ ໝາກຜົນກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 18.

ກອງປະຊຸມກໍໄດ້ເຫັນດີເປັນເອກະພາບ ຍື່ນສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ຮ່າງບັນດາຖະແຫຼງການຮ່ວມ ADMM ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM +); ເປັນເອກະພາບກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມ ADSOM + ເຊິ່ງຈະຖືກດຳເນີນໃນເດືອນເມສາ ປີ 2021. ນອກຈາກນັ້ນ, ກອງປະຊຸມກໍໄດ້ພິຈາລະນາຂໍ້ສະເໜີຂອງບັນດາປະເທດອີກດ້ວຍ.
(ແຫຼ່ງຄັດຈາກ VOV)