• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ ອາ​ຊຽນ: ຫວຽດ​ນາມ ສະ​ເໜີ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເສົາ​ຄ້ຳ​ຂອງ​ຍຸດ​ທະ​ສາດ​ຮ່ວມ​ມື ແມ່​ຂອງ

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM 57) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ (ລາວ), ວັນທີ 26 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 15 (MJC 15) ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ຂອງ - ສ.ເກົາຫຼີ ຄັ້ງທີ 12 (MKC 12).
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ

ກ່າວຄຳເຫັນທີ່ກອງປະຊຸມ MJC 15, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ສະເໜີບັນດາມາດຕະການເພື່ອຜັນຂະຫຍາຍ 3 ເສົາຄ້ຳຂອງຍຸດທະສາດຮ່ວມມື MJC ໄລຍະໃໝ່. ທີໜຶ່ງ, ຊຸກຍູ້ສັງຄົມເຊື່ອມຕໍ່ຜ່ານການພັດທະນາເຄືອຂ່າຍຄົມມະນາຄົມ ແລະ logistics ລຽບຕາມແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ແລະ ແລວເສດຖະກິດທາງທິດໃຕ້. ທີສອງ, ກ່ຽວກັບການຫັນເປັນດີຈີຕອນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງດີຈີຕອນ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ໜູນຊ່ວຍ MSME ຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນຂະແໜງອຸດສາຫະກຳ. ທີສາມແມ່ນ, ຮ່ວມມືຢ່າງມີປະສິດທິຜົນໃນການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳຂ້າມຊາຍແດນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ - ພະລັງງານ, ຫຼຸດຜ່ອນໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຢູ່ກອງປະຊຸມ MKC 12, ທ່ານຮອງລັດຖະມົນຕີ ໂດ໊ຫວຽດຮຸ່ງ ໄດ້ສະເໜີບາງບຸລິມະສິດຮ່ວມມືໃນໄລຍະຈະມາເຖິງ. ທີໜຶ່ງ, ຊຸກຍູ້ການເຕີບໂຕສີຂຽວຜ່ານການລະດົມແຫຼ່ງເງິນອຸປະຖຳຈາກບັນດາໂຄງການຫັນປ່ຽນພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລົງທຶນພັດທະນາພື້ນຖານໂຄງລ່າງ. ທີສອງແມ່ນ, ຍູ້ແຮງວິວັດການຫັນເປັນດີຈີຕອນຂອງອະນຸພາກພື້ນແມ່ນ້ຳຂອງ, ເພີ່ມທະວີການຮ່ວມມືກ່ຽວກັບດ້ານການຄ້າເອເລັກໂຕນິກ, ພັດທະນາເຕັກໂນໂລຢີດີຈີຕອນ, ຜັນຂະຫຍາຍເວທີປາໄສດີຈີຕອນ ແມ່ຂອງ - ສ.ເກົາຫຼີ. ທີສາມ, ພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ, ໂຄງການຕ່າງໆ ແນໃສ່ບຳລຸງສ້າງ ແລະ ຍົກສູງສີມືການຊ່າງໃຫ້ແກ່ກຳລັງແຮງງານຂອງເຂດແມ່ນ້ຳຂອງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

Top