• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ​: VOV)

ກ່າວ​ຄຳ​ເຫັນ​ອັດ​ກອ​ງປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 23 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026. ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານ​ພວມ​ສະ​ເໜີ 20 ເນື້ອ​ໃນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ:

“ລັດ​ຖະ​ບານ​ໄດ້​ສະ​ເໜີ 20 ເນື້ອ​ໃນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ລວມ​ມີ 17 ຮ່າງ​ກົດ​ໝາຍ, ມະ​ຕິ​​ແບບ​ນິ​ຕິ​ກຳ, 3 ເນື້ອ​ໃນ​ສຳ​ຄັນ​ອື່ນ. ວັນ​ທີ 22 ມິ​ຖຸ​ນາ, ທີ່ກອງ​ປະ​ຊຸມ​ຂອງ​ຄະ​ນະ​ຊີ້​ນຳ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ, ບົນ​ພື້ນ​ຖານ​ການ​ສະຫຼຸບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ມີ 4 ກົດ​ໝາຍ​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ​ຢູ່ກອງ​ປະ​ຊຸມ​ວິ​ສາ​ມັນ ລວມ​ມີ: ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະ​ບັບ​ປັບ​ປຸງ, ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ​ປະ​ສົມ​ກັບ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ສະ​ບັບ​ປັບ​ປຸງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ ສະ​ບັບ​ປັບ​ປຸງ ແລະ ກົດ​ໝາຍ​ອ​າ​ຍາ​ສະ​ບ​ັບ​ປັບ​ປຸງ.”

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top