ກອງປະຊຸມສຸດຍອດ ລັດຖະບານ ໂລກ (WGS) ຄາດວ່າຈະດຳເນີນຢູ່ Dubai, ສະຫະລັດ ອາຣັບ ເອມີເລັດ (UAE) ໃນລະຫວ່າງວັນທີ 3 ກຸມພາ - 5 ກຸມພາ, ໂດຍກມີການເຂົ້າຮ່ວມຂອງປະມຸກລັດ 40 ທ່ານ ແລະ ຜູ້ນຳລັດຖະບານກໍ່ຄືລັດຖະມົນຕີນັບຮ້ອຍທ່ານທີ່ມາຈາກ 150 ປະເທດໃນທົ່ວໂລກ.
ຕາມຄະນະຈັດຕັ້ງກອງປະຊຸມແລ້ວ, ໂຄງການດຳເນີນງານຂອງ WGS 2026 ລວມມີ ວາລະປຶກສາຫາລື 445 ຄັ້ງ, ດ້ວຍການເຂົ້າຮ່ວມຂອງນັກປະຖະກະຖາກວ່າ 450 ທ່ານ ແລະ ຜູ້ອຳນວຍການຝ່າຍບໍລິຫານປະມານ 700 ທ່ານ ຂອງບັນດາກຸ່ມບໍລິສັດ. ກອງປະຊຸມປີນີ້ ຈະປຶກສາຫາລືບັນດາບັນຫາທົ່ວໂລກໃຫຍ່ຄືອະນາຄົດຂອງ ລັດຖະບານ ແລະ ການຮ່ວມມືສາກົນ, ການພັດທະນາຂອງປັນຍາປະດິດ (AI) ແລະ ບັນດາຄວາມຂາດສະຖຽນລະພາບດ້ານເສດຖະກິດ. ລະດັບຄວາມສຳຄັນຂອງ WGS ຄືພື້ນຖານທົ່ວໂລກເປັນເອກະພາບ, ຊຸກຍູ້ບັນດາການພົວພັນ, ການກະທຳຮ່ວມ ແລະ ປັນຍາປະດິດລວມໝູ່, ການມອບສິດໃຫ້ແກ່ບັນດາລັດຖະບານເພື່ອສ້າງສະຖຽນລະພາບ ແລະ ວັດທະນາຖາວອນແບບຍືນຍົງ.







