• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ກວາງ​ບິ່ງ ​ປີ 2023

ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ແຂວງກວາງບິ່ງ ໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປະກາດແຜນກຳນົດ ແຂວງ ກວາງບິ່ງ ແລະ ສົ່ງເສີມການລົງທຶນປີ 2023.
ກອງປະຊຸມປະກາດແຜນກຳນົດ ແຂວງ ກວາງບິ່ງ ແລະ ສົ່ງເສີມການລົງທຶນປີ 2023 (ພາບ: TTXVN)

ດ້ວຍຫົວຂໍ້ “ນຳແຂວງກວາງບິ່ງ ຫຍັບໃກ້ກັບນັກລົງທຶນ”, ກອງປະຊຸມໄດ້ສະໜອງບັນດາຂໍ້ມູນພື້ນຖານຂອງແຂວງ ກ່ຽວກັບການວາງແຜນກຳນົດແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ນັກລົງທຶນ, ວິສາຫະກິດ ປະກອບຄຳເຫັນຊ່ວຍແຂວງ ກວາງບິ່ງ ຮັບຮູ້ໄດ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ກາລະໂອກາດ, ສະພາບແວດລ້ອມ ແລະ ຄວາມແຕກຕ່າງກັນເມື່ອມາລົງທຶນຢູ່ ແຂວງກວາງບິ່ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ສະເໜີວ່າ ແຂວງຕ້ອງຍູ້ແຮງຄວາມບຸກທະລຸ ດ້ວຍ 4 ເສົາຄ້ຳພັດທະນາ, 3 ສູນຕົວເມືອງ, 3 ແລວ ເສດຖະກິດ, 2 ສູນກຳລັງໜູນການເຕີບໂຕ ແລະ 3 ບຸກທະລຸຍຸດທະສາດ. ລະດົມທຸກແຫຼ່ງກຳລັງຢ່າງສູດຂີດເພື່ອໃຫ້ແຂວງກວາງບິ່ງ ແລະ ບັນດາແຂວງຕອນກາງພາກໃຕ້ ເພີ່ມຄວາມໄວໃນການຟື້ນຟູ ແລະ ພັດທະນາ. ຢູ່ກອງປະຊຸມ, ມີນັກລົງທຶນ, ສະຫະພັນ, ວິສຫາກິດຫຼາຍແຫ່ງມີຄວາມຫວັງວ່າ ຍຸດທະສາດຂອງແຂວງ ໄດ້ມີຢູ່ແລ້ວ, ດັ່ງນັ້ນ ແຂວງກວາງບິ່ງ ຕ້ອງມີການປະຕິຮູບຢ່າງແທດຈິງ ແລະ ຢືດໝັ້ນ, ມຸ່ງໄປເຖິງເປົ້າໝາຍໄລຍະຍາວ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top