• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ ສາ​ກົນ ກ່ຽວ​ກັບ​ການອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ

ຕອນເຊົ້າວັນທີ 10 ພະຈິກ ຢູ່ຮ່າໂນ້ຍ, ໃນຂອບເຂດ Festival ໝູ່ບ້ານອາຊີບ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດກອງປະຊຸມສຳມະນາສາກົນ ກ່ຽວກັບການ“ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ”.
ກອງປະຊຸມສຳມະນາສາກົນ ກ່ຽວກັບການ“ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ” (ພາບ: VOV)

ໃນກອງປະຊຸມສຳມະນາ, ນອກຈາກການແບ່ງປັນປະສົບການບົດຮຽນ ແລະ ວິທີເຮັດທີ່ດີ ໃນການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ, ຜູ້ແທນບາງທ່ານຖືວ່າ ບັນດາໝູ່ບ້ານອາຊີບຢູ່ ຫວຽດນາມ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫຍ່, ຄື: ຍັງບໍ່ທັນໝູນໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກ; ຂາດແຄນແຮງງານໜຸ່ມມີສີມືແຮງງານ; ບາງເຕັກນິກພື້ນເມືອງ ທີ່ລະອຽດອ່ອນມີຄວາມສ່ຽງຖືກສູນຫາຍໄປ… ນັກສິລະປະການດີເດັ່ນ ຫງວຽນວັນຕິງ, ຢູ່ໝູ່ບ້ານເຮັດເຄື່ອງຈັກສານ ຝູວິງ, ນະຄອນ ຮ່າໂນ້ຍ ແບ່ງປັນວ່າ:

“ມີຫຼາຍອາຊີບຫັດຖະກຳພວມໄດ້ຮັບການຟື້ນຟູ ແລະ ພັດທະນາ. ຂ້າພະເຈົ້າ ສະເໜີໃຫ້ສ້າງກົນໄກນະໂຍບາຍໃຫ້ບັນດານັກສິລະປະການ, ນາຍຊ່າງເກັ່ງ ເພາະວ່າ ເຂົາເຈົ້າເປັນຜູ້ທີ່ອະນຸລັກຮັກສາອາຊີບ, ຮັກສາຄວາມງາມທາງດ້ານວັດທະນະທຳຂອງຊາດໄວ້ ແຕ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດ”.

ຜູ້ແທນບາງທ່ານກໍສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ການຈຳໜ່າຍບັນດາຜະລິດຕະພັນຫັດຖະກຳສິລະປະກັບຕະຫຼາດ ສາກົນ.

ໃນກອງປະຊຸມສຳມະນາ, ສູນສົ່ງເສີມການຄ້າກະສິກຳ ຫວຽດນາມ ແລະ ຜູ້ຕາງໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບບາງຄູ່ຮ່ວມມືສາກົນ ທີ່ເຄື່ອນໄຫວໃນຂົງເຂດຈັດງານຕະຫຼາດນັດ, ພື້ນຖານດີຈີຕອນ ແລະ ທະນາຄານ ເພື່ອສົ່ງເສີມການຄ້າສຳລັບບັນດາຜະລິດຕະພັນດັ່ງກ່າວ ອອກສູ່ຕະຫຼາດສາກົນ.

(ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top