• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບການ​ໜູນ​ຊ່ວຍ ຊູ​ດັງ ດ້ວ​ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ເຫຼືອກວ່າ 1,3 ຕື້ ເອີ​ໂຣ

ກອງ​ປະ​ຊຸມ Berlin ກ່ຽວ​ກັບ ຊູ​ດັງ ຖືກ​ຈັດ​ຂຶ້ນ​ດ້ວຍ​ຈຸດ​ປະ​ສົງ​ສ້າງກອງ​ທຶນ​ສຸກ​ເສີນ ແລະ ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສາ​ກົນ​ຕໍ່​ປະ​ເທດ​ນີ້​ຄືນ​ໃໝ່, ໃນ​ສະ​ພາບ​ການ​ບັນ​ດາ​ການ​ປະ​ທະ​ກັນ​ອື່ນ​ຄື ອີ​ຣານ ແລະ ຢູ​ແກຼນ ໄດ້​ເຮັດ​ໃຫ້​ຄວາມ​ສົນ​ໃຈ​ຂອງ​ທົ່ວ​ໂລກ​ຕໍ່​ກັບປະ​ເທດ​ນີ້​ຖືກ​ຫຼຸດ​ລົງ.
  ຊາວ​ລິ​ໄພ ຊູ​ດັງ ຢູ່ Adré, Chad (ພາບ: REUTERS/Zohra Bensemra)  

ໃນ​ກອ​ງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ຊູ​ດັງ ໂດຍ ເຢຍ​ລະ​ມັນ ເປັນ​ເຈົ້າ​ພາບ ທີ່​ຖືກ​ຈ​ັດ​ຂຶ້ນ​ໃນ​ວັນ​ທີ 15 ເມ​ສາ ຢູ່ Berlin, ບັນ​ດາ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອກວ່າ 1,3 ຕື້ ເອີ​ໂຣ (ປະ​ມ​ານ 1,5 ຕື້ USD), ແນ​ໃສ່​ຊ່ວຍ​ປະ​ຊາ​ຊົນ​ຜູ້​ຖືກ​ຜົນ​ກະ​ທົບ​ຈາກ​ສົງ​ຄາມ ທີ່​ພວມ​ກ້າວ​ເຂົ້າ​ສູ່​ປີ​ທີ 4 ຢູ່​ບັນ​ດາ​ປະ​ເທດ ອາ​ຟະ​ຣິ​ກາ ຕາ​ເວັນ​ອອກ​ສ່ຽງ​ເໜືອ​ນີ້.

ຕາມ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລ້ວ, ສົງ​ຄາມ​ໄດ້​ເຮັດ​ໃຫ້​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ສ່ວນ​ຫຼາຍ​ຂອງ ຊູ​ດັງ ຖືກ​ຢຸດ​ສະ​ງັກ, ດ້ວຍ 217 ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ​ຖືກ​ບຸກ​ໂຈມ​ຕີ. ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼື​ອ​ມະ​ນຸ​ດ​ສະ​ທຳ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຖືກ​ຂາດ​ວັກ​ຂາດ​ຕອນ, ພື້ນ​ຖານ​ໂຄງ​ລ່າງ​ຖືກ​ເປ່​ເພ ແລະ ຈຳ​ກັດ​ກາ​ນ​ບໍ​ລິ​ຫານ, ເຮັດ​ໃຫ້​ເດັກ​ນ້ອຍຫຼາຍ​ຄົນ​ບໍ່​ໄດ້​ເຂົ້າ​ເຖິງ​ການ​ຊ່ວຍ​ເຫຼືອ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ວັນ​ທີ 15 ເມ​ສາ, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ກ່າວ​ເຕືອນ​ຈະ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ສືບ​ຕໍ່​ຊື້​ນ້ຳ​ມັນ​ຈາກ ອີ​ຣານ, ໃນ​ສະ​ພາບ​ການ ວໍ​ຊິງ​ຕັນ ຜັນ​ຂະ​ຫຍາຍ​ການ​ປິດ​ລ້ອມ​ການ​ເດີນ​ເຮືອ​ເລັ່ງ​ໃສ່ ເຕ​ເຮ​ຣານ.

Top