• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ​ມີ​ນາ ແລະ 3 ເດືອນ​ຕົ້ນ​ປີ 2025

ຕອນເຊົ້າວັນທີ 06 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ມີນາ ແລະ 3 ເດືອນຕົ້ນປີ 2025. ກອງປະຊຸມໄດ້ຈັດແບບທາງໄກ ແລະ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາດຸນການຄ້າໃຫຍ່ໄດ້ຮັບປະກັນ; ການຜະລິດດຳເນີນທຸລະກິດມີສັນຍານເປັນໜ້າຊື່ນຊົມ; ການໜູນຊ່ວຍສັງຄົມໄດ້ຮັບປະກັນ, ຊີວິດການເປັນຢູ່ຂອງປະຊາຊົນສືບຕໍ່ໄດ້ຮັບການປົວແປງ. ພ້ອມດຽວກັນນັ້ນ, ວຽກງານປະຕິຮູບລະບຽບການບໍລິຫານ, ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ຫຍໍ້ທໍ້ໄດ້ຮບັການຍູ້ແຮງ; ເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນໄດ້ຮັບການຮັກສາ; ຄວາມປອດໄພເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຮັບປະກັນ; ວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ.

ກ່ຽວກັບໜ້າທີ່, ມາດຕະການຈຸດສຸມໃນໄຕມາດທີ II ປີ 2025 ແລະ ຊຸມເດືອນຍັງເຫຼືອຂອງປີ 2025, ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈກ່ຽວກັບບັນດາວຽກງານທີ່ຕ້ອງເຮັດໃນທັນທີ, ບັນດາວຽກງານທີ່ເຮັດໃນສະເພາະໜ້າ ແລະ ຍາວນານ ເພື່ອສາມາດຮັບມືກັບສົງຄາມການຄ້າທີ່ອາດຈະເກີດຂຶ້ນ, ຮັບມືກັບນະໂຍບາຍພາສີຂອງ ອາເມລິກາ. ຖືນີ້ແມ່ນໂອກາດເພື່ອສູ້ຊົນບືນຕົວຂຶ້ນ, ປະກອບສ່ວນສ້າງໂຄງປະກອບຂອງພື້ນຖານເສດຖະກິດຄືນໃໝ່, ສ້າງໂຄງປະກອບເສດຖະກິດການຕະຫຼາດ, ການຜະລິດ ແລະ ການສົ່ງອອ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມກຳລັງເຂົ້າຮ່ວມຢ່າງຕັ້ງໜ້າເພື່ອບັນລຸໄດ້ການເຕີບໂຕ GDP 8% ຂຶ້ນໄປ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top