• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ປຶກ​ສາຫາ​ລື​​ດ້ານ​ການ​ເມືອງ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 16

ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆຂອງການນຳສອງປະເທດຢ່າງມີປະສິດທິຜົນ; ກະກຽມການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ, ໃນຕໍ່ໜ້າແມ່ນກົນໄກພົບປະປະຈຳປີ ລະຫວ່າງນາຍົກລັດຖະມົນຕີສອງປະເທດ; ເພີ່ມທະວີການຮ່ວມສຳພັນສອງພື້ນຖານເສດຖະກິດ, ນຳການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ, Albert Chua, ພ້ອມກັນເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 16

ວັນທີ 4 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ ສິງກະໂປ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ, Albert Chua, ພ້ອມກັນເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 16. ນະທີ່ນີ້, ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆຂອງການນຳສອງປະເທດຢ່າງມີປະສິດທິຜົນ; ກະກຽມການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ, ໃນຕໍ່ໜ້າແມ່ນກົນໄກພົບປະປະຈຳປີ ລະຫວ່າງນາຍົກລັດຖະມົນຕີສອງປະເທດ; ເພີ່ມທະວີການຮ່ວມສຳພັນສອງພື້ນຖານເສດຖະກິດ, ນຳການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ… ໃຫ້ເຂົ້າສູ່ລວງເລິກ. ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຊຸກຍູ້ການຜັນຂະຫຍາຍການພົວພັນຄູ່ຮ່ວມມືເສດຖະກິດດີີຈີຕອນ - ເສດຖະກິດສີຂຽວ ແລະ ສັນຍາແມ່ ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດໃໝ່, ເຊັ່ນ: ເສດຖະກິດໝູນວຽນ, ການຫັນເປັນດີຈີຕອນ, ນະວັດຕະກຳ, ພະລັງງານສີຂຽວ, ການພັດທະນາແບບຍືນຍົງ.

        ສອງຝ່າຍຕັດສິນໃຈສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລທີ່ມີສັນຕິພາບ, ການຮ່ວມມື ແລະ ພັດທະນາ; ພ້ອມກັບບັນດາປະເທດ ອາຊຽນ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ; ສູ້ຊົນບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top