• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ຮັບ​ຮອງ​ເອົາ​ວຽກ​ງານ​ບຸກ​ຄະ​​ລາ​ກອນ

ກົມການເມືອງ ໄດ້ລາຍງານຕໍ່ຄະນະບໍລິຫານງານສູນກາງພັກ ກ່ຽວກັບເລື່ອງ ກົມການເມືອງໄດ້ຕົກລົງແຕ່ງຕັ້ງທ່ານ ພົນເອກ ເລືອງເກື່ອງ, ກຳມະການກົມການເມືອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມຄະນະເລຂາ ແລະ ຮັບດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາ; ທ່ານ ເລມິງຮຶງ, ເລຂາສູນກາງພັກ, ຫົວໜ້າຫ້ອງການສູນກາງພັກ ຮັບດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຫ້ອງການສູນກາງພັກ.
ກອງປະຊຸມສູນກາງພັກ ຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຊຸດທີ XIII

ຕາມແຈ້ງການສື່ມວນຊົນກ່ຽວກັບມື້ເຮັດວຽກທຳອິດຂອງກອງປະຊຸມສູນກາງພັກ ຄັ້ງທີ 9, ຄະນະບໍລິຫານງານສູນກາງພັກຊຸດທີ XIII, ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາ ຢູ່ຮ່າໂນ້ຍ, ກົມການເມືອງ ໄດ້ລາຍງານຕໍ່ຄະນະບໍລິຫານງານສູນກາງພັກ ກ່ຽວກັບເລື່ອງ ກົມການເມືອງໄດ້ຕົກລົງແຕ່ງຕັ້ງທ່ານ ພົນເອກ ເລືອງເກື່ອງ, ກຳມະການກົມການເມືອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມຄະນະເລຂາ ແລະ ຮັບດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາ; ທ່ານ ເລມິງຮຶງ, ເລຂາສູນກາງພັກ, ຫົວໜ້າຫ້ອງການສູນກາງພັກ ຮັບດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຫ້ອງການສູນກາງພັກ.

        ພ້ອມດຽວກັນນັ້ນ, ສູນກາງພັກ ກໍໄດ້ປະກອບຄຳເຫັນໃສ່ວຽກງານບຸກຄະລາກອນ. ລະອຽດ, ພິຈາລະນາຍົກເລີກບັນດາຕຳແໜ່ງ, ລາອອກວຽກງານສຳລັບທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XIII. ຄະນະບໍລິຫານງານສູນກາງພັກ ໄດ້ແຕ່ງຕັ້ງກຳມະການກົມການເມືອງຊຸດທີ XIII ຕື່ມອີກ 4 ທ່ານ. ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງເຫັນດີແນະນຳບຸກຄະລາກອນ ເພື່ອໃຫ້ສະພາແຫ່ງຊາດຊຸດທີ XV ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2021 – 2026 ແລະ ປະທານສະພາແຫ່ງຊາດ ຊຸດທີ XV ອາຍຸການ 2021 – 2026.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top