• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸມ​ຖະ​ແຫຼງຂ່າວ​ກ່ຽວກັບ​​ໂຄງການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ ຊຸດ​ທີ 14

ຕອນບ່າຍວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບການຄາດຄະເນໂຄງການເຄື່ອນໄຫວຂອງກອງປະຊຸມເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14.

ທ່ານເລຂາທິການໃຫຍ່ ສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ (ພາບ: quochoi.vn)

ກອງປະຊຸມເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະໄຂຂຶ້ນໃນຕອນເຊົ້າວັນທີ 20 ພຶດສະພາ ຈະມາເຖິງ. ໃນກອງປະຊຸມຄ້ັງນີ້, ສະພາແຫ່ງຊາດຈະເຮັດວຽກພາຍໃນ 19 ວັນ ໂດຍໄດ້ແບ່ງເປັນສອງບັ້ນປະຊຸມ. ບັ້ນທີ 1 ຈະປະຊຸມຜ່ານທາງອອນລາຍ ແລະ ບັ້ນທີ 2 ຈະໂຮມປະຊຸມຢູ່ທີ່ຫໍສະພາແຫ່ງຊາດ ແລະ ຈະອັດລົງໃນວັນທີ 18 ມິຖຸນາ 2020.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະໃຊ້ເວລາປະມານ 10 ວັນໃຫ້ແກ່ວຽກງານກໍ່ສ້າງກົດໝາຍ. ໄປຄຽງຄູ່ກັນນັ້ນ, ສະພາແຫ່ງຊາດຈະພິຈາລະນາບົດລາຍງານກ່ຽວກັບດ້ານເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ.

        ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະບໍ່ດໍາເນີນການຊັກຖາມ ແລະ ຕອບຄໍາຊັກຖາມທີ່ວາລະປະຊຸມຄົບຄະນະ, ເຊິ່ງບັນດາສະມາຊິກສະພາແຫ່ງຊາດຈະປະຕິບັດການຊັກຖາມດ້ວຍຮູບແບບສົ່ງເອກະສານເປັນລາຍລັກອັກສອນ ແລ້ວລັດຖະມົນຕີບັນດາກະຊວງ, ສະມາຊິກລັດຖະບານ ຈະໃຫ້ຄໍາຕອບຕາມກໍານົດ.

(ແຫຼ່ງຄັດຈາກ VOV)

ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືໃນຫຼາຍຂົງເຂດ ເລິກເຊິ່ງກວ່າເກົ່າ

ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືໃນຫຼາຍຂົງເຂດ ເລິກເຊິ່ງກວ່າເກົ່າ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ຢູ່ ນິວເດລີ (ອິນເດຍ), ວັນທີ 13 ກັນຍາ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີບັນດາການພົບປະ, ແລກປ່ຽນກັບການນຳປະເທດ, ອົງການຈັດຕັ້ງສາກົນຈຳນວນໜຶ່ງ.

Top