• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ບັນ​ຊາ​ການທະ​ຫານ​ເຂດ II ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກຳ​ລັງ​ທະ​ຫານ​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ລາວ

ຕອນເຊົ້າວັນທີ 21 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ, ຫວຽດນາມ), ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ II ໂດຍທ່ານພົນຈັດຕະວາ ຟ້າມຮົ່ງເຈືອງ, ຜູ້ບັນຊາການເປັນຫົວໜ້າຄະນະໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດໃຫ້ແກ່ບັນດາທ້ອງຖິ່ນ, ກົມກອງທະຫານຕ່າງໆທີ່ຂຶ້ນກັບບັນດາແຂວງທາງພາກເໜືອລາວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເຊິ່ງມີມູນຄ່າ ກ່ວາ 2 ຕື້ ດົ່ງ.

ພິທີມອບຮັບອຸປະກອນການແພດ (ພາບ: TTXVN)

ທ່ານພົນຈັດຕະວາ ຟ້າມຮົ່ງເຈືອງ ໃຫ້ຮູ້ວ່າ: ໂລກລະບາດ Covid – 19ພວມຜັນແປຢ່າງສັບສົນ, ກອງບັນຊາການທະຫານເຂດ II ໄດ້ຊີ້ນຳບັນດາຫົວໜ່ວຍ, ກອງບັນຊາການທະຫານບັນດາແຂວງ, ນອກຈາກການປະຕິບັດວຽກງານໂຄສະນາການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີແລ້ວ ຫາກຍັງຕ້ອງເພີ່ມທະວີການໜູນຊ່ວຍບັນດາຫົວໜ່ວຍແຮກສ່ຽວ ແລະ ທ້ອງຖິ່ນຕ່າງໃນບໍລິເວນບັນດາແຂວງທາງພາກເໜືອລາວ ດ້ວຍວິທີການພ້ອມແລ້ວທີ່ຈະສົ່ງກຳລັງ, ໜູນຊ່ວຍອຸປະກອນ, ວັດຖຸ…ອີກດ້ວຍເພື່ອເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ບັນລຸໄດ້ປະສິດທິຜົນສູງ.
(ພາບປະກອບ: quochoi.vn)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top