ຕອນເຊົ້າວັນທີ 2 ທັນວາ, ຢູ່ຮ່າໂນ້ຍ ກອງປະຊຸມໃຫ່ຍອົງການກຳມະບານຫວຽດນາມ ຄັ້ງທີ 13 ອາຍຸການ 2023-2028 ໄດ້ເກ້າວເຂົ້າສູ່ວາລະປະຊຸມຄົບຄະນະດ້ວຍການເຂົ້າຮ່ວມຂອງຜູ້ແທນ 1100 ຄົນ, ຕ່າງໜ້າໃຫ້ເຈດຈຳນົງ, ຄວາມມຸ້ງມາດປາດຖະໜາ ແລະ ພູມປັນຍາຂອງສະມາຊິກອົງການກຳມະບານກ່ວາ 11 ລ້ານຄົນໃນທົ່ວປະເທດ.
ກ່າວຄຳເຫັນຊີ້ນຳກອງປະຊຸມໃຫ່ຍ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງວ່າ ອົງການກຳມະບານ ຕ້ອງຕັ້ງໜ້າສົມທົບກັບລັດ, ບັນດາອົງການຈັດຕັ້ງໃນລະບົບການເມືອງ ແລະ ຜູ້ນຳໃຊ້ແຮງງານ ເພື່ອເອົາໃຈໃສ່ເບິ່ງແຍງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ:
ອົງການກຳມະບານຕ້ອງຊ່ວຍສະມາຊິກ, ຜູ້ອອກແຮງງານແຕ່ລະຄົນ ມີສະຕິຄວາມຮັບຮູ້ອັນເລິກເຊິ່ງກ່ຽວກັບພັກ, ກົນໄກ, ຊົນຊັ້ນ, ກ່ຽວກັບອົງການຈັດຕັ້ງກຳມະບານ, ກ່ຽວກັບຄວາມຮັບຜິດຊອບຂອງພົນລະເມືອງ, ມານະພະຍາຍາມຢ່າງບໍຢຸດຢັ້ງໃນການຮ່ຳຮຽນ, ອອກແຮງງານ, ປະຕິບັດວຽກງານ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນ….ຈາກນັ້ນ, ຍົກສູງລາຍຮັບ, ຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວ. ປ່ຽນແປງໃໝ່ຮູບແບບການໂຄສະນາ, ນຳລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ແລະ ບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ເຂົ້າເຖິງກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ; ໂດຍສະເພາະແມ່ນການຍືດໝັ້ນ, ປະດິດຄິດສ້າງໃນການຈັດຕັ້ງການຮຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ບຸຄະລິກກະພາບປະທານ ໂຮ່ຈີມີນ.