• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະ​ຊຸມ​ສຸດຍອດ G7 ອອກ​ຖະ​ແຫຼງ​ການ​ຮ່ວມ

ໃນຖະແຫຼງການຮ່ວມ, ບັນດາການນຳ G7 ໄດ້ເນັ້ນໜັກເຖິງຄວາມຫວັງ ຢາກສ້າງການພົວພັນທີ່ມີສະຖຽນລະພາບ ແລະ ມີລັກສະນະສ້າງສັນກັບ ປັກກິ່ງ, ພ້ອມທັງຄັດຄ້ານ ບັນດາການເຄື່ອນໄຫວຫັນເປັນການທະຫານຢູ່ເຂດອາຊີ - ປາຊີຟິກ.
   ການນຳບັນດາປະເທດ G7 ເຂົ້າຮ່ວມກອງປະຊຸມ (ພາບ: Kyodo/TTXVN)  

ວັນທີ 20 ພຶດສະພາ, ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມຢູ່ກອງປະຊຸມສຸດຍອດ ຢູ່ Hiroshima (ຍີ່ປຸ່ນ),ໃນນັ້ນໄດ້ຊັ່ງຊາໂອກາດຮ່ວມມື ແລະ ຫຼີກລ້ຽງການເພີ່ມຄວາມເຄັ່ງຂຶ້ນກັບ ຈີນ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນອັບທີ 2 ຂອງໂລກ. ໃນຖະແຫຼງການຮ່ວມ, ບັນດາການນຳ G7 ໄດ້ເນັ້ນໜັກເຖິງຄວາມຫວັງ ຢາກສ້າງການພົວພັນທີ່ມີສະຖຽນລະພາບ ແລະ ມີລັກສະນະສ້າງສັນກັບ ປັກກິ່ງ, ພ້ອມທັງຄັດຄ້ານ ບັນດາການເຄື່ອນໄຫວຫັນເປັນການທະຫານຢູ່ເຂດອາຊີ - ປາຊີຟິກ.

ກ່ຽວກັບຂ້ອງເຖິງບັນຫາປັນຍາທຽມ (AI) ບັນດາການນຳ G7 ໄດ້ຮຽກຮ້ອງຕ້ອງພັດທະນາ ແລະ ນຳໃຊ້ມາດຖານເຕັກນິກສາກົນ ຕໍ່ AI ທີ່ເປັນໜ້າໄວ້ເນື້ອເຊື່ອໃຈ, ໃນສະພາບການທີ່ວົງການຜູ້ສ້າງກົດໝາຍຂອງບັນດາປະເທດ G7 ສຸມໃສ່ເຂົ້າເຕັກໂນໂລຢີໃໝ່ນີ້. ກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາການນຳ G7 ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດ ວິວັດທະນາການຫັນໄປສູ່ປອດທາດກາກບອນໃນປີ 2030 ແລະ ໝັ້ນໝາຍບັນລຸໄດ້ເປົ້າໝາຍການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ບັນດາການນຳ G7 ພ້ອມກັນຢັ້ງຢືນວ່າຈະເພີ່ມທະວີການໜູນຊ່ວຍພະລັງງານ ແລະ ພັດທະນາໃຫ້ແກ່ບັນດາປະເທດຫາກໍ່ພົ້ນເດັ່ນ ແລະ ພວມພັດທະນາ, ເຫັນດີເປັນເອກະພາບຕໍ່ການປະຕິບັດບັນດາບາດກ້າວເພື່ອຄ້ຳປະກັນສະບຽງອາຫານທີ່ຖືກນາບຂູ່ໂດຍການປະທະກັນຢູ່ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 1 ໃນທ້າຍປີ 2027, ຄາດວ່າໂຄງການ ຈະສົ່ງອອກ ໄຟຟ້າໄປຍັງ ຫວຽດນາມກ່ວາ 1,5 ຕື້ kWh/ປີ ແລະ ຈະເພີ່ມຂຶ້ນກ່ວາ 1,1 ຕື້ kWh/ປີ ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 2 ໃນປີ 2030.

Top