• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ SOM ອາຊຽນພິເສດ

      ເນື້ອໃນຂອງກອງປະຊຸມແມ່ນຂໍ້ລິເລີ່ມໂດຍຫວຽດນາມ ສະເໜີເພື່ອແນໃສ່ກຳນົດທິດພັດທະນາໃນໄລຍະຍາວຂອງປະຊາຄົມ ອາຊຽນ ພາຍຫຼັງ ປີ 2025.

ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ
(ພາບ: baoquocte.vn)
      ໂດຍສືບຕໍ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ທີ່ພວມໄດ້ຮັບການຈັດຕັ້ງຢູ່ ດ່ານັງ, ໃນວັນທີ 4 ມີນາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມໄດ້ເປັນປະທານກອງປະຊຸມພິເສດຂອງບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ, ເລີ່ມດຳເນີນການແລກປ່ຽນຄຳເຫັນກຳນົດທິດສ້າງວິໄສທັດ ອາຊຽນ ພາຍຫຼັງປີ 2025.
        ທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ໄດ້ເນັ້ນໜັກເຖິງການສ້າງວິໄສທັດ ອາຊຽນ ພາຍຫຼັງປີ 2025 ແມ່ນວິວັດທະນາການທີ່ຍາວນານ, ຮຽກຮ້ອງຕ້ອງມມີວິທັດການສຳຜັດສັງລວມ, ດ້ວຍການເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງຂອງທຸກພາກສ່ວນທີ່ກ່ຽວຂ້ອງ. ບັນດາປະເທດຖືກວ່າການສ້າງວິໄສທັດໃໝ່ນີ້ ຕ້ອງຮັບປະບັນບັນດາຫຼັກການ ແລະ ຄຸນຄ່າຫຼັກຂອງອາຊຽນ…
        ໝາກຜົນຂອງການແລກປ່ຽນຢູ່ກອງປະຊຸມຄັ້ງນີ້ແມ່ນພື້ນຖານເພື່ອສືບຕໍ່ຈັດຕັ້ງການປຶກສາຫາລືດ້ານການເມືອງ, ແລກປ່ຽນກັບບັນດາເສົາຄ້ຳຂອງ ປະຊາຄົມ ອາຊຽນ ກ່ອນທີ່ຈະຍື່ນສະເໜີຕໍ່ການນຳ ອາຊຽນເພື່ອພິຈາລະນາ ແລະ ຊີ້ນຳຢູ່ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ 37 ເຊິ່ງໄດ້ຈັດຕັ້ງໃນເດືອນພະຈິກ 2020.

 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top