• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ COP26 ແກ່ຍາວຕື່ມອີກ 1 ວັນ

      ໃນຖະແຫຼງການຫຼ້າສຸດ, ທ່ານ Boris Johnson ນາຍົກລັດຖະມົນຕີປະເທດເຈົ້າພາບ COP26 ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງສະແດງ “ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມກ້າຫານ”.
ບັນດາຜູ້ແທນປຶກສາຫາທີ່ກອງປະຊຸມ (ພາບ: AFP/TTXVN)
      ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26)  ຢູ່ Glasgow ປະເທດອັງກິດ ຕ້ອງແກ່ຍາວຕື່ມອີກມື້ໜຶ່ງ ເພື່ອໃຫ້ບັນດານັກເຈລະຈາທີ່ມາຈາກ 197 ປະເທດມີເວລາກ້າວໄປເຖິງຂໍ້ຕົກລົງສະບັບໜຶ່ງ. ທ່ານ Alok Sharma ປະທານ COP26 ໃຫ້ຮູ້ວ່າ ຮ່າງຂໍ້ຕົກລົງສະບັບປັບປຸງ ໄດ້ປະກາດໃນວັນທີ 13 ພະຈິກ ແລະ ຈະສືບຕໍ່ປຶກສາຫາລື ໃນວັນດຽວກັນ. ໃນຖະແຫຼງການຫຼ້າສຸດ, ທ່ານ Boris Johnson ນາຍົກລັດຖະມົນຕີປະເທດເຈົ້າພາບ COP26 ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງສະແດງ “ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມກ້າຫານ” ດ້ວຍວິທີເຫັນດີຕໍ່ການຮັກສາເປົ້າໝາຍຈຳກັດອຸນຫະພູມໂລກເພີ່ມຂຶ້ນໃຫ້ຢູ່ໃນລະດັບ 1.5 ອົງສາຊີ ເມື່ອທຽບກັບຍຸກກ່ອນອຸດສາຫະກຳ.
(ແຫຼ່ງຄັດຈາກ VOV)


 

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ…

Top