
ວັນທີ 8 ພະຈິກ, ບັນດາຄະນະເຈລະຈາ ເຂົ້າຮ່ວມ ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ພວມດຳເນີນຢູ່ Glasgow (Scotland, ລາຊະອານາຈັກອັງກິດ) ກ້າວເຂົ້າສູ່ອາທິດເຮັດວຽກສຸດທ້າຍ. ວົງການນັກສັງເກດການໄດ້ໃຫ້ສັງເຫດວ່າ: ບັນດາປະເທດຍັງຄົງຕົວ ຄວາມແຕກຕ່າງກັນທີ່ໃຫຍ່ຫຼວງໃນທັດສະນະ ກ່ຽວກັບບັນດາບັນຫາຫຼັກ ຄື ຄວາມໄວໃນການຈຳກັດການປ່ອຍອາຍກາກບອນ ແລະ ວິທີການໜູນຊ່ວຍບັນດາປະເທດທີ່ພວມຖືກຜົນກະທົບຈາກ ປະກົດການໂລກອູ່ນຂຶ້ນ. ວົງການນັກໄຈແຍກ ຖືວ່າ ພາຍຫຼັງການເຮັດວຽກມາເປັນເວລາ 1 ອາທິດ, ບັນດາການເຈລະຈາຍັງບໍ່ທັນບັນລຸໄດ້ຄວາມກ້າວໜ້າຢ່າງຈະແຈ້ງ.
ໃນຂອບຂະໜາດກອງປະຊຸມ, ບັນດາປະເທດມີຄວາມປາດຖະໜາຢາກຊອກຫາສຽງເວົ້າລວມ ກ່ຽວກັບການຜັນຂະຫຍາຍສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ໄດ້ລົງນາມເມື່ອ ປີ 2015, ເພື່ອແນໃສ່ຫັນບັນດາເປົ້າໝາຍຈຳກັດລະດັບອຸນຫະພູມໂລກເພີ່ມຂຶ້ນຕຳກ່ວາ 2 ອົງສາ C ເມື່ອທຽບໃສ່ກັບໄລຍະກ່ອນການປະຕິວັດອຸດສາຫະກຳ ໃຫ້ປະກົດຜົນເປັນຈິງ. ປັດຈຸບັນ, ບັນດາປະເທດຍັງບໍ່ທັນເຫັນດີເປັນເອກະພາບກ່ຽວກັບບັນດາແຜນການຫຼຸດຜ່ອນອາຍກາກບອນ ທີ່ຈຳເປັນ, ວິທີການປະຕິບັດຄຳໝັ້ນສັນຍາທີ່ມີແຕ່ດົນນານ ກ່ຽວກັບ ການໜູນຊ່ວຍ ເງິນເປັນຈຳນວນ 100 ຕື້ USD ແຕ່ລະປີ ໃຫ້ແກ່ບັນດາປະເທດພວມພັດທະນາ ແລະ ບັນດາຂໍ້ກຳນົດຄຸ້ມຄອງບັນດາຕະຫຼາດ ກາກບອນ.
(ແຫຼ່ງຄັດຈາກ VOV)