• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 9 ຈະດຳເນີນແຕ່ວັນທີ 18 - 20 ກັນຍາ

      ນີ້ແມ່ນກອງປະຊຸມໃຫຍ່ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ, ກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງສາມັກຄີ, ຍູ້ແຮງວິວັດທະນາການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ຢ່າງຮອບດ້ານ.

(ພາບປະກອບອີນເຕີແນັດ)
      ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ ແລະ ພັດທະນາ”, ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 9 ແນວໂຮມປະເທດຊາດຫວຽດນາມ ອາຍຸການ 2019 - 2024, ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 999 ຄົນ, ໂດຍຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ, ຊົນເຜົ່າ, ສາສະໜາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ສ່ວນບຸກຄົນດີເດັ່ນ. ນີ້ແມ່ນກອງປະຊຸມໃຫຍ່ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ, ກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງສາມັກຄີ, ຍູ້ແຮງວິວັດທະນາການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ຢ່າງຮອບດ້ານ.
        ໂດຍແມ່ນຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງແນວໂຮມປະເທດຊາດ ເປັນ 3 ຄັ້ງແລ້ວ, ທ່ານນາງ ຟານບິ໊ກທ້ຽນ, ປະທານກອງທຶນເພື່ອການພົວພັນຮຸງກາຣີ - ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ຢູ່ຮຸງກາຣີ, ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ມີການປ່ຽນແປງໃໝ່ຫຼາຍຢ່າງ.
        “ເລື່ອງຂົນຂວາຍ, ແຈ້ງຂໍ້ມູນຂ່າວກ່ຽວກັບກອງປະຊຸມໃຫຍ່ສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເລີ່ມປະຕິບັດກ່ອນໜ້ານັ້ນແຕ່ດົນແລ້ວ. ໃນປີຜ່ານມາ, ມີຄະນະຜູ້ແທນຂັ້ນສູງຫຼາຍຄະນະຂອງຄະນະກຳມະການ ໄດ້ໄປຢ້ຽມຢາມ, ຢື້ຢາມຖາມຂ່າວພໍ່ແມ່ພີ່ນ້ອງຢູ່ບັນດາປະເທດ ເພື່ອຊອກຮູ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າ, ພ້ອມທັງກໍ່ສັງເກດການເຄື່ອນໄຫວຂອງບັນດາສະມາຊິກ ເພື່ອກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່”.
        ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຍັງມີຄະນະຜູ້ແທນແນວລາວ ສ້າງຊາດ; ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ; ແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ… ພ້ອມກັບບັນດາຜູ້ແທນທີ່ມາຈາກບັນດາອົງການຈັດຕັ້ງສາກົນ, ບັນດາອົງການ ການທູດປະຈຳຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top