• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດ


(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ​ກ
ກ່າວຄຳເຫັນທີ່ກອງປະຊຸມ)
      ປີ 2016,​ ​ແມ່ນ​ປີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສຳລັບ​ຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ດ້ວຍ​ສະພາບ​ເກີດ​ໄພ​ທຳ​ມະ​ຊາດຢ່າງ​ລຽນ​ຕິດ ​ແລະ ​ໃນ​ລະດັບ​ຮຸນ​ແຮງ. ​​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ໃນ​ສະພາບ​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກ​ຢ່າງ​ຕໍ່​ເນື່ອງນັ້ນ, ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂຢ່າງ​ຖືກ​ທິດ, ຕິດ​​ແທດ ​ແລະ ຜັນຂະຫຍາຍ​ການ​ປະຕິບັດຢ່າງ​ຂ້ຽວຂາດ, ຂະ​ແໜງກະສິກຳ​ໄດ້​ຮັບ​ທ່າ​ຟື້ນ​ຟູ​ຄືນ​ໃໝ່​ໃນ​​ໄລຍະ 6 ​ເດືອນ​ທ້າຍ​ປີ. ນີ້​ແມ່ນ​ໝາກຜົນທີ່​ສຳຄັນ, ຢືນ​ຢັນ​ຄຳ​ຊີ້​ນຳ, ບໍລິຫານ​ຢ່າງ​ຖືກ​ທິດ, ປັບປຸງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ທັນ​ການ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກທ່ານ​ນາຍົກລັດຖະມົນຕີ ​ຫງວຽນຊວນ​ຟຸກ ທີ່​ກອງ​ປະຊຸມໂດຍກົງຜ່ານເຄືອຂ່າຍ​ອີນ​ເຕີ​ແນັດ ​ຂອງ​ຂະ​ແໜງ​ກະສິກຳ ​ແລະ ​ພັດທະນາ​ຊົນນະບົດ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/12. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ​ກ ຢືນຢັນ​ວ່າ, ກະສິກຳ​ ພ້ອມ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການທ່ອງທ່ຽວ​ຍັງ​ແມ່ນ​ທ່າ​​ແຮງຂອງ​ຫວຽດນາມ ​ໃນ​ກິດ​ຈະ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຊີ​ຄັ້ງ​ທີ 4, ​ແມ່ນ​ທ່າ​ໄດ້​ປຽບ​ຂອງ​ພື້ນຖານ​ເສດຖະກິດ. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ຊີ້​ນຳ​ການ​ປະຕິ​ຮູບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ກະສິກຳ​ຈາກ​ລວງ​ກວ້າງ ​ໄປ​ສູ່​ລວງ​ເລິກ. ພ້ອມ​ກັນ​ນັ້ນ ​ແມ່ນ​ຈັດ​ຕັ້ງ​ການ​ຜະລິດ​ໃຫ້​ເໝາະ​ສົມ​ກັບວິ​ສາ​ຫະກິດ​ເປັນ​ຫຼາຍ​ຮູບ​ຫຼາ​ຍ​ແບບ ຕາມຮູບ​ແບບ​ເຊື່ອມ​ຕໍ່, ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ເພີ​່ມ​ໃນ​ກະສິກຳ.  ​ແລະ ​ໃນ​ກອງ​ປະຊຸມ, ທ່ານ​ນາ​ຍົກ​ລັດຖະມົນຕີ ​ໄດ້​ຮຽກ​ຮ້ອງ​ໃຫ້​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຕ້ອງ​ສຸມ​ໃສ່​ໃຫ້​ແກ່​ການ​ພັດທະນາ​ວິ​ທະຍາ​ສາດ​ເພື່ອ​ຮັບ​ໃຊ້​ກະສິກຳ​ຊົນນະບົດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top