• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ

      ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຫາກໍ່ແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 12 – 16 ສິງຫາ 2019, ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທີ່ນະຄອນຫລວງ ຮ່າໂນ້ຍ.

ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ
      ຕາມລາຍການທີ່ຄາດຄະເນແລ້ວ, ທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນກ່ຽວກັບບາງບັນຫາທີ່ມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍ 5 ສະບັບຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ; ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ); ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳລັງສຳຮອງເພື່ອລະດົມພົນ; ກົດໝາຍວ່າດ້ວຍຫໍສະໝຸດ. ໄປຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາຮ່າງມະຕິອະທິບາຍບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ.
 (ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top