• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ P4G ຄັ້ງທີ 4: ຕ້ອງຮັບປະກັນຜົນສຳເລັດຢ່າງຮອບດ້ານ

ການຈັດກອງປະຊຸມດັ່ງກ່າວຕ້ອງເສີມຂະຫຍາຍກົນໄກ, ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ລວມຂອງສະຫະປະຊາຊາດ ແລະ ໝາກຜົນລວມຂອງກອງປະຊຸມສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 15 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານກອງປະຊຸມກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດເວທີປາໄສຂັ້ນສູງຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4. ກອງປະຊຸມໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ, ຄາດວ່າຈະດຳເນີນແຕ່ວັນທີ 16 – 17 ເມສາ ດ້ວຍຂອບຂະໜາດການຈັດຕັ້ງຜູ້ແທນເຂົ້າຮ່ວມແຕ່ 800 – 1.000 ທ່ານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງວ່າ, ການຈັດກອງປະຊຸມດັ່ງກ່າວຕ້ອງເສີມຂະຫຍາຍກົນໄກ, ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ລວມຂອງສະຫະປະຊາຊາດ ແລະ ໝາກຜົນລວມຂອງກອງປະຊຸມສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຜ່ານນັ້ນ, ກໍ່ເພີ່ມທະວີບົດບາດຂອງ P4G ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕສີຂຽວ, ການພັດທະນາແບບຍືນຍົງ. ທ່ານຮຽກຮ້ອງໃຫ້ນຳໃຊ້ໂອກາດເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືໃຫ້ເປັນຢ່າງດີ, ຍາດແຍ່ງແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top