• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ AU ຄັ້ງທີ 31

ບັນດາການນຳສະຫະພາບ ອາຟຣິກກາ (AU) ພວມເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 31 ຂອງ AU ແຕ່ວັນທີ 01 – 02 ກໍລະກົດ ຢູ່ນະຄອນຫລວງ Nouakchott ປະເທດ ໂມຣີຕານີ

ທ່ານປະທານາທິບໍດີ ຣາວັນດາ Paul Kagame (ພາບ:  newsweek.com)

ດ້ວຍຫົວຂໍ້ວ່າ “ໄຊຊະນະໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ: ເສັ້ນທາງໝັ້ນຄົງສຳລັບການຫັນປ່ຽນຂອງ ອາຟຣິກາ”. ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາການຄ້າເສລີ, ຕ້ານການສໍ້ລາດບັງຫລວງ ແລະ ແກ້ໄຂບັນດາວິກິດການກ່ຽວກັບມະນຸດສະທຳ ແລະ ຄວາມໝັ້ນຄົງຂອງທະວີບ.

        ໃນຖານະບົດບາດເປັນປະທານ AU, ທ່ານປະທານາທິບໍດີ ຣາວັນດາ Paul Kagame ຈະຮຽກຮ້ອງຊຸກຍູ້ການຄ້າເສລີຢູ່ ອາຟຣິກາ. ການຕໍ່ສູ້ຕ້ານການສໍ້ລາດບັງຫລວງແມ່ນໜຶ່ງໃນບັນດາເປົ້າໝາຍຕົ້ນຕໍຂອງກອງປະຊຸມ AU ຄັ້ງທີ 31 ນີ້. ບັນດາການນຳປະເທດຕ່າງໆ ແລະ ລັດຖະບານເປັນສະມາຊິກ AU ຈະພິຈາລະນາວິວັດການສັນຕິພາບຢູ່ ຊູດັງໃຕ້, ບັນດາແຜນການໄກ່ເກ່ຍໃຫ້ການປະທະກັນທີ່ແກ່ຍາວເປັນເວລາຫລາຍທົດສະວັດລະຫວ່າງ ເອທີໂອປີ ແລະ ອີຣີເຕຣຍ.

 (ແຫຼ່ງຄັດຈາກ VOV)


ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top