• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ: ເພີ່ມທະວີການເຊື່ອມຕໍ່ ແລະ ສ້າງສະພາບແວດລ້ອມສະດວກໃຫ້ແກ່ວິສາຫະກິດເຊື່ອມໂຍງ

      ນີ້ແມ່ນເຫດການສຳຄັນທີ່ສຸດຂອງປະຊາຄົມບັນດາວິສາຫະກິດໃນພາກພື້ນຈັດຕັ້ງໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ແຕ່ວັນທີ 11 – 15 ພະຈິກ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
      ມີຜູ້ຕາງໜ້າວິສາຫະກິດເກືອບ 1.000 ແຫ່ງໃນກຸ່ມ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນ ແລະ ດຳເນີນທຸລະກິດ ອາຊຽນ (ABIS 2018 ເຊິ່ງຈັດຕັ້ງໃນວັນທີ 12 -13 ພະຈິກ ຢູ່ສິງກະໂປ. ນີ້ແມ່ນເຫດການສຳຄັນທີ່ສຸດຂອງປະຊາຄົມບັນດາວິສາຫະກິດໃນພາກພື້ນຈັດຕັ້ງໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ແຕ່ວັນທີ 11 – 15 ພະຈິກ.
        ດ້ວຍຫົວຂໍ້ວ່າ “ສ້າງອະນາຄົດ, ເຊື່ອມຕໍ່ປະຈຸບັນ”, ABIS 2018 ໄດ້ສຸມໃສ່ປຶກສາຫາລືບັນດາຂໍ້ລິເລີ່ມສຳຄັນຂອງປະຊາຄົມໃຫ້ຄຳປຶກສາທຸລະກິດ ອາຊຽນ;  ໃນນັ້ນລວມມີການຮ່ວມມືເຊື່ອມຕໍ່ບັນດານະຄອນອັດສະລິຍະໃນພາກພື້ນ, ໂອ້ລົມສົນທະນາກັບບັນດາການນຳເພື່ອປະກອບສ່ວນຊຸກຍູ້ກ່ຽວກັບການປະກາດໃຊ້ບັນດານະໂຍບາຍເຊື່ອມຕໍ່ວິສາຫະກິດກໍ່ຄືບັນດາຂໍ້ລິເລີ່ມສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ອາຊຽນ ເຊື່ອມໂຍງ ແລະ ພັດທະນາ…
        ທ່ານ ດ່ວານຢູຍເຄືອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ນຳໜ້າຄະນະເຊິ່ງລວມມີວິສາຫະກິດ ຫວຽດນາມ ເກືອບ 80 ແຫ່ງເຂົ້າຮ່ວມກອງປະຊຸມໃຫ້ຮູ້ວ່າ: ຫວຽດນາມ ມີຂໍ້ລິເລີ່ມຫຼາຍຢ່າງ, ສະເໜີຕໍ່ບັນດາການນຳ ອາຊຽນ ອາດຈະເຂົ້າຮ່ວມການໜູນຊ່ວຍໃຫ້ດີກ່ວາໃຫ້ແກ່ປະຊາຄົມບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top