• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດອາຊຽນ ອັດລົງຢ່າງຈົບງາມ ດ້ວຍເອກະສານກ່ວາ 90 ສະບັບໄດ້ຮັບການຮັບຮອງເອົາ

ຄວາມຮັບຜິດຊອບລວມຂອງບັນດາປະເທດ ແມ່ນຕ້ອງສະກັດກັ້ນບັນດາຂໍ້ຂັດແຍ່ງໃໝ່, ບໍ່ສ້າງຄວາມເຄັ່ງຕຶງໃໝ່, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງບັນດາໂອກາດໃນການປຶກສາຫາລື ແນໃສ່ຮັດແຄບຄວາມແຕກໂຕນ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ຕອນຄ່ຳວັນທີ 7 ກັນຍາ, ເມື່ອລາຍງານຂ່າວຈາກກອງປະຊຸມ ຖະແຫຼ່ງຂ່າວພາຍຫຼັງອັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ນະຄອນຫຼວງ ຈາກາຕ໋າ, ອິນໂດເນເຊຍ, ພາຍຫຼັງໄດ້ດຳເນີນກອງປະຊຸມມາເປັນເວລາ 3 ວັນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢັ້ງຢືນວ່າ ມີເອກະສານກ່ວາ 90 ສະບັບ ໄດ້ຮັບການຮັບຮອງເອົາໃນກອງປະຊຸມ ແລະ ອາຊຽນກຳລັງໄປຖືກທິດ ເພື່ອບັນລຸເປົ້າໝາຍກາຍເປັນຈຸດສຸມແຫ່ງການເຕີບໂຕ. ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເໜັ້ນໜັກວ່າ:

ຄວາມຮັບຜິດຊອບລວມຂອງບັນດາປະເທດ ແມ່ນຕ້ອງສະກັດກັ້ນບັນດາຂໍ້ຂັດແຍ່ງໃໝ່, ບໍ່ສ້າງຄວາມເຄັ່ງຕຶງໃໝ່, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງບັນດາໂອກາດໃນການປຶກສາຫາລື ແນໃສ່ຮັດແຄບຄວາມແຕກໂຕນ. ໂລກຄວນເປັນເຮືອນທີ່ມີຄວາມປອດໄພ. ມາຮອດຈຸດເວລານີ້, ອາຊຽນ ກຳລັງໄປຖືກທິດ ເພື່ອສາມາດປະຕິບັດບົດບາດຂອງຕົນໃນການປະກອບສ່ວນໃຫ້ແກ່ຄວາມສະຖຽນລະພາບ ແລະ ສັນຕິພາບ ກໍ່ຄືກາຍເປັນຈຸດສູນລວມແຫ່ງການພັດທະນາ.

ຕໍ່ກັບບັນຫາຂອງ ມຽນມາ, ທ່ານປະທານາທິບໍດີ Joko Widodo ຢືນຢັນວ່າ ອິນໂດເນເຊຍ ຈະຮ່ວມມືກັບ ອາຊຽນ ຮັບຮອງເອົາກົນໄກ Troika (ລວມມີ ອາດີດປະທານ, ປັດຈຸບັນ ແລະ ອະນາຄົດ) ເພື່ອແກ້ໄຂວິກິດການຕ່າງໆ. ອິນໂດເນເຊຍ ແລະ ອາຊຽນ ຈະສືບຕໍ່ອອກສຽງກ່ຽວກັບຜົນປະໂຫຍດຂອງບັນດາປະເທດ ທະວີບອາຊີ-ປາຊີຟິກ. ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ, ໃນນັ້ນ, ມີສິດນຳຄວາມວັດທະນາຖາວອນມາສູ່ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ./.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top