• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 22

ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈັດຂຶ້ນໃນຕອນເຊົ້າວັນທີ 3 ພະຈິກຢູ່ບາງກອກປະເທດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາການນຳອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 22.

ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 22

ທີ່ກອງປະຊຸມ, ບັນດາການນຳ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ດ້ວຍສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ບັນດາການນຳໄດ້ຢັ້ງຢືນຄວາມມານະພະຍາຍາມຍູ້ແຮງການເຈລະຈາ, ຮ່ວມມື,  ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດຕາມບັນດາມາດຕະຖານແຫ່ງການປະພຶດ, ໃນນັ້ນ ຈະສຳເລັດກົດແຫ່ງການປະພຶດ COC ຢ່າງມີປະສິດທິຜົນ, ສອດຄອງກັບກົດໝາຍສາກົນໂດຍໄວ.

     2 ຝ່າຍໄດ້ໝັ້ນໝາຍຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຂຶ້ນກັບຄວາມສົນໃຈລວມ ຄືແລກປ່ຽນການຄ້າ ການລົງທຶນ , ໃນນັ້ນ ມີການຜັນຂະຫຍາຍປະຕິບັດ ອະນຸສັນຍາ ປັບປຸງສັນຍາການຄ້າເສລີ ອາຊຽນ-ຈີນຢ່າງມີປະສິດທິຜົນ, ສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າ 2 ສົ້ນໃນລະດັບ 1ພັນຕື້ USD ແລະ ການລົງທຶນບັນລຸ 150 ຕື້ USD ໃນປີ 2020.

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ອາຊຽນຍາມໃດກໍຖືເປັນສຳຄັນ ບົດບາດຂອງຈີນທີ່ມີຕໍ່ບັນດາຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບເພື່ອຮ່ວມມື ພັດທະນາໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະໜັບສະໜູນການກຳນົດ ປີ 2020 ແມ່ນປີຮ່ວມມືເສດຖະກິດດີຈີຕອນ ອາຊຽນ-ຈີນ.

   ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ຮັບຮອງເອົາ ເອກະສານ 3 ສະບັບ ລວມມີ ຖະແຫຼງການຂອງບັນດາການນຳອາຊຽນ-ຈີນ ກ່ຽວກັບຂໍ້ລິເລີ່ມຮ່ວມມືນະຄອນອັດສະລິຍະ; ຖະແຫຼງການຮ່ວມ ອາຊຽນ-ຈີນກ່ຽວກັບການເພີ່ມທະວີ ແລກປ່ຽນ ແລະ ຮ່ວມມືທາງດ້ານສື່ມວນຊົນ; ຖະແຫຼງການອາຊຽນ-ຈີນກ່ຽວກັບການ ເຊື່ອມຕໍ່ແຜນສັງລວມ ແລະ ເຊື່ອມຈອດອາຊຽນ ແລະ ຂໍ້ລິເລີ່ມ 1 ແລວ, 1 ເສັ້ນທາງ.

(ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top