• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດຄັ້ງທີ 4 ພາກພື້ນອາຊີ - ປາຊີຟິກກ່ຽວກັບແຫຼ່ງນ້ຳ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນແບບທາງໄກຈາກ ຮ່າໂນ້ຍ ທີ່ກອງປະຊຸມສຸດຍອດຄັ້ງທີ 4 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບແຫຼ່ງນ້ຳ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນແບບທາງໄກຈາກ ຮ່າໂນ້ຍ ທີ່ກອງປະຊຸມສຸດຍອດຄັ້ງທີ 4 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບແຫຼ່ງນ້ຳ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນແບບທາງ. (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນແບບທາງໄກຈາກ ຮ່າໂນ້ຍ ທີ່ກອງປະຊຸມສຸດຍອດຄັ້ງທີ 4 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບແຫຼ່ງນ້ຳ. ກອງປະຊຸມໂດຍລັດຖະບານ ຍີ່ປຸ່ນ ເປັນເຈົ້າພາບຈັດຂຶ້ນຢູ່ນະຄອນ Kumamoto ແຕ່ວັນທີ 23 – 24 ເມສາ ດ້ວຍການເຂົ້າຮ່ວມຂອງປະມຸກລັດຫຼາຍທ່ານຢູ່ພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນມີ 6 ປະເທດ ອາຊຽນ ລວມມີ: ບຣາໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຟິລິບປິນ ແລະ ໄທ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີ 3 ກຸ່ມມາດຕະການ ເພື່ອຜັນຂະຫຍາຍຢູ່ພາກພື້ນຄື: ເພີ່ມທະວີການຮ່ວມມືຢູ່ພາກພື້ນ ແລະ ສາກົນຢ່າງເປີດເຜີຍ; ປະຊາຄົມສາກົນພ້ອມກັນປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບຊັບພະຍາກອນນ້ຳຢ່າງເຂັ້ມງວດ ແລະ ມີປະສິດທິຜົນ; ສະໜີໃຫ້ ຍີ່ປຸ່ນ ແລະ ບັນດາປະເທດພັດທະນາຈົ່ງເອົາໃຈໃສ່, ແບ່ງປັນບົດຮຽນ, ແຫຼ່ງການເງິນ, ເຕັກໂນໂລຊີ, ໜູນຊ່ວຍປະເທດພວມພັດທະນາ… ແນໃສ່ຄຸ້ມຄອງຢ່າງມີປະສິດທິຜົນ, ຂຸດຄົ້ນແບບຍືນຍົງ ແລະ ຈັດແບ່ງແຫຼ່ງຊັບພະຍາກອນນ້ຳ; ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ, ກົນໄກຮ່ວມມືກ່ຽວກັບການຄຸ້ມຄອງເຂດລຸ້ມແມ່ນ້ຳຂາມຊາຍແດນ…

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top